ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 16:45:55    
ຜູ່​ມີ​ຊື່​ສຽງ​ຂອງ​ເຜົ່າ​ຕິ​ເບ​ດ​ກ່າວ​ປະ​ນາມ​ຢ່າງ​ຮຸນ​​ແຮງ​ຕໍ່​ເຫດ​ການ​ຈາ​ລະ​ຈົນ​ຢູ່​ລາ​ຊາ

cri Author: d
ຕາມ​ຂ່າວCRI: ວັນ​ທີ19ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຢື້​ຕີ້ ບຸກຄົນ​ຜູ່​ມີ​ຊື່​ສຽງ​ເຜົ່າ​ຕິ​ເບ​ດ ປະທານ​ກະຕິ​ມະ​ສັກຂອງ​ຄະນະ​ກຳມະການ​ໃຫ້​ຄຳ​ປຶກສາການພັດທະນາ​ເຂດ​ປົກຄອງຕົນ​ເອງ​ຕິ​ເບ​ດ ຈີນ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​​ແຮງ​ຕໍ່​ເຫດການ​ຈາລະ​ຈົນ​ຢູ່​ລາຊາ​ເທດສະບານ​ຕິ​ເບ​ດ.

ທ່ານ​ຢື້​ຕີ້​ຊີ້​ອອກ​ວ່າ,​ເຫດການ​ເທື່ອ​ນີ້​ຢັ້ງຢືນ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ ການ​ເຄື່ອນ​ໄຫວ​ທຳລາຍ​ແບ່ງແຍກ​​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ບໍ່​ໄດ້​ຢຸດ​ເຊົາ​ຈັກ​ເທື່ອ.​​ພວກເຂົາມີ​​ເຈດ​ຈຳນົງ​ກໍ່​ເຫດການ​ໃນ​ໄລຍະ​ເວລາ​ທີ່​ອ່ອນ​ໄຫວ,ລົບ​ກວນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທຳລາຍ​ຄວາມ​ສະຫງົບ​ແລະ​ຄວາມ​ກົມກຽວ​ກັນ​ຂອງ​ຈີນ.

ວັນ​ທີ14ມີນາ​ນີ້,ຜູ່​ລະ​ເມີດ​ກົດໝາຍ​ຈຳນວນ​ໜ້ອຍ​ທີ່​ສຸດ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ລາຊາ,ກໍ່​ເຫດການ​ຈາລະ​ຈົນ​ຢ່າງ​ຂະໜາດ​ໃຫຍ່,ຜູ່​ໃຊ້​ກຳລັງ​ຮຸນ​ແຮງ​ໄດ້​ເຜົາ​ເຮືອນ​ຂອງ​ປະຊາຊົນ​ແລະ​ຮ້ານ​ຄ້າ210ກວ່າ​ຫ້ອງ,ທັບ​ມ້າງ​ແລະ​ເຜົາ​ທຳລາຍລົດຍົນ56ຄັນ,​ເຜົາແລະ​ຂ້າ​ ປະຊາຊົນ​ທີ່​ບໍ່​ມີ​ໂທດ​ຫຍັງ13ຄົນ.

ຫວ່າງ​ມໍ່ໆ​ນີ້ ນັກຫຼິ້ນ​ການ​​ເມືອງ​ແລະ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ລາຍ​ງານ​ຂ່າວ​ຊ້ຳ​ແລ້ວ​ຊ້ຳອີກ,ບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ​ຂອງ​ເຫດການ​ດັ່ງກ່າວ,ປິ້ນ​ຂາວ​ເປັນດຳ,ລາຍ​ງານການ​ກໍ່​ເຫດການ​ຈາລະ​ຈົນວ່າ​ເປັນ​ການ​ແຫ່​ຂະ​ບວນຢ່າງ​ສັນຕິ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຢື້​ຕີ້​ກ່າວ​ວ່າ,​ໃນ​ໂລກ​ນີ້ ບໍ່​ວ່າ​ປະ​ເທດ​ແລະ​ລັດຖະບານ​ໃດ​ກໍ່ຕາມ ລ້ວນ​ແຕ່​ຈະ​ເອົາ​ໃຈ​ໃສ່​ນຳ​ຄວາມ​ປອດ​ໄພ​ທາງ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ໃນ​ເວລາ​ເກີດ​ເຫດການ​ຈາລະ​ຈົນ​​ເໝືອນ​ດັ່ງ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ.

ທ່ານ​ຢື້​ຕີ້ ​ອາຍຸ70ປີ​ແລ້ວ ຄອບຄົວ​​ເຄີຍ​ເປັນທາດ​ກະສິກອນ,​ເພິ່ນ​ເປັນສັກຂີ​ຄົນ​ພິຍານ​ຕໍ່​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ສັງຄົມ​ແລະ​ເສດຖະກິດ​ນັບ​ແຕ່​ປົດ​ປ່ອຍ​ຕິ​ເບ​ດມາ​ນີ້.