ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-22 16:01:37    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຈດ​ຕະ​ນາ​ທີ່​ນຳ​​ໃຊ້​ກຸ່ມ​​ດາ​ໄລ​ລາ​ມະ​ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ອັນ​ເລິກ​ລັບ​ນັ້ນ​ແມ່ນ​ບໍ່​ອາດ​ເປັນ​ໄປ​ໄດ້

cri Author: d
ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ21ມີນານີ້ ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຄົນຈຳນວນ​ໜຶ່ງ​ເຈດ​ຕະນາ​ສວຍ​ໃຊ້ກຸ່ມ​ດາ​ໄລລາ​ມະເພື່ອ​ບັນລຸ​ຈຸດປະສົງອັນ​ເລິກ​ລັບນັ້ນ​ແມ່ນບໍ່​ຫ່ອນ​ຈະ​ເປັນ​ໄປ​ໄດ້.

ມີນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ມໍ່ໆ​ນີ້ ທ່ານ​ແນນ​ຊີ​ ​ເປ​ໂລ​ຊີ ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ພົບ​ປະພະດາ​​ໄລລາ​ມະ​ຢູ່​ອິນ​ເດຍ,​ແລະ​ຮຽກຮ້ອງ​ໃຫ້ປະຊາ​ຄົມ​ໂລກ​ໃຊ້​ກຳລັງ​ໜີບຕໍ່​ຈີນ​​ໃນ​ບັນຫາ​ຕິ​ເບ​ດ.ຂໍ​ຖາມວ່າ​ຈີນມີ​ການວິຈານແນວ​ໃດຕໍ່​ເລື່ອງ​ນີ້?

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ພະດາ​ໄລລາ​ມະ​ແມ່ນ​ຜູ່​ພັດ​ຖິ່ນທາງການ​ເມືອງ​ຢູ່​ຕ່າງປະ​ເທດ​ຍ້ອນ​ດຳ​ເນີນການ​ເຄື່ອນ​ໄຫວ​​ແບ່ງ​ແຍກ​ປະ​ເທດຊາດ​​ແລະ​ທຳລາຍຄວາມ​ສາມັກຄີ​ຂອງ​ຊາດເປັນ​ເວລາ​ຍາວ​ນານ.ການລະດົມ​ໃຈ​ແລະ​ສະໜັບສະໜູນກົນ​ອຸບາຍ​ແບ່ງ​ແຍກ​ປະ​ເທດ​ຊາດ​ຂອງ​ກຸ່ມ​ດາ​ໄລລາ​ມະ,​ໄດ້​ລະ​ເມີດ​ຫຼັກມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ຊາດ,ພວກ​ຂ້າພະ​ເຈົ້າຄັດຄ້ານ​ຢ່າງ​ເດັດດ່ຽວ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ນັບ​ແຕ່​ອົງການ​ປົກຄອງຕົນ​ເອງ​ເຂດ​ຕິ​ເບ​ດຊຳລະ​ແກ້​ໄຂ​ເຫດການ​ຈະລາຈົນອັນ​ໜັກໜ່ວງ​​​ຢູ່​ນະຄອນ​ລາຊາ​ຕາມ​ກົດໝາຍ​ເປັນຕົ້ນມາ,ມີ​ລັດຖະບານ​ເກືອບ100​ປະ​ເທດສະ​ແດງ​ຄວາມສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ຈີນທີ່​​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ ​ແລະຄວາມໝັ້ນຄົງຂອງ​ຕິ​ເບ​ດ,ກ່າວ​ປະນາມ​ການ​ຕ້ອງ​ໂທດດ້ວຍ​ກຳລັງ​ຮຸນ​ແຮງ​ແລະ​ຜູ່​ວາງກົນ​ອຸບາຍຢູ່​ຫຼັງ​ສາກ.ນີ້​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ຢ່າງ​ເຕັມທີ່​ວ່າ ປະຊາ​ຄົມ​ໂລກ​ແມ່ນຢືນ​ຢູ່​ທາງ​ຝ່າຍ​ສະໜັບສະໜູນ​ປະ​ເທດ​ຈີນ.