ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 10:17:39    
ຄວາມ​ລັບ​ສ່ວນ​ຕົວ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ຕາມ​ກົດ​ໝາຍ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ23​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຢູ່​ຈີນ,​ຄວາມ​ລັບ​ສ່ວນ​ຕົວ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ຕາມ​ກົດ​ໝາຍ,​ສະ​ນັ້ນ,​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ບໍ່​ຕ້ອ​ງ​ເປັນ​ຫ່ວງ​ນຳ​ເລື່ອງ​ນີ້.

ທ່ານ​ຊິນ​ຄ່າງ​ໄດ້​ກ່າວ​ຄວາມ​ນີ້​ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຊາວ​ອາ​ເມ​ລິ​ກາ​ທີ່​ໄປ​ຊົມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ອາດ​ຈະ​ຖືກ​ຕິດຕາມ​ຄວບ​ຄຸມ.

ຂ່າວ​ແຈ້ງວ່າ,ວັນ​ທີ20​ມີນາ​ນີ້,ກົມ​ວຽກ​ງານ​ກົງ​ສູນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແບບົດ​​ແນະນຳ​ການ​ຊົມງານ​ກິລາ​ໂອ​ລິ​ມປິກ​ໂດຍ​ຂຽນ​ວ່າ,​ໂຮງ​ແຮມ​ແລະ​ຕຶກ​ຫ້ອງ​ການ​ທັງ​ໝົດ​ຂອງ​ປັກ​ກິ່ງ​ລ້ວນ​ແຕ່​ອາດ​ຈະ​ຖືກ​ຕິດ​ຕາມ​ຄວບ​ຄຸມ,​ຄວາມ​ລັບ​ສ່ວນ​ຕົວ​ຂອງ​ຜູ່​ຊົມ​ອາ​ເມ​ລິ​ກາຍາກ​ທີ່​ຈະ​ໄດ້​ຮັບ​ການ​ຮັບ​ປະ​ກັນ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຢູ່​ສະຖານ​ທີ່​ສາ​ທາ​ລະ​ນະ​ໂຮງ​ແຮມ,ຕຶກ​ຫ້ອງ​ການ​ແລະ​ສິ່ງ​ກໍ່ສ້າງ​ອື່ນໆ​ຂອງ​ຈີນ,ບໍ່​ໄດ້​ມີ​ການຈັດ​ວາງ​ພິ​ເສດ​ທີ່​ເກີນ​ຂອບ​ເຂດ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ທີ່​ໃຊ້​ທົ່ວ​ໄປ​ໃນ​ສາກົນ.ຢູ່​ຈີນ,ຄວາມ​ລັບ​ສ່ວນ​ຕົວ​ໄດ້​ຮັບ​ການ​ຮັບປະກັນ​ຕາມ​ກົດ​ໝາຍ,​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ເລື່ອງ​ນີ້.ຄຳ​ເວົ້າ,ໃນ​ບົດ​ແນະ,ນຳ​ຂອງ​ກົມ​ວຽກ​ງານ​ກົງ​ສູນ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແມ່ນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ.