ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 14:54:30    
ປະ​ຊາ​ຊົນ​ຈີນ​ສະ​ຫນັບ​ສະ​ຫນູນ​ລັດ​ຖະ​ບານ​ໃຊ້​ມາດ​ຕະ​ການ​ຟື້ນ​ຟູ​ຄວາມ​ເປັນ ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ​​ໃນ​ນະ​ຄອນ​ລາ​ຊາ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ:ເຫດການກໍ່​ຈະລາຈົນ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່ນະຄອນ​ລາຊາ ​ເທດສະບານ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​​ໃນຫວ່າງ​ມໍ່ໆ​ນີ້ໄດ້​ຖືກ​ຮັບ​ຄວາມ​ສົນ​ໃຈ​ຈາກປະຊາຊົນ​ອັນ​ໄພສານຂອງ​ຈີນຢ່າງ​ສູງ,​ພວກ​ເຂົາ​ເຈົ້າ​ໄດ້​ພາກັນ​ສະ​ແດງ​ຄວາມ​ສະ ຫນັບສະຫນູນ​ລັດຖະບານ​ທີ່ໃຊ້​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ການ​ກະທຳ​ຜິດ​ແລະ​ຟື້ນ​ຟູຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ຮຽກຮ້ອງ​​ໃຫ້​ລົງ​ໂທດ​ການກະທຳ​ຜິດຕາມ​ກົດຫມາຍ.

ທ້າວງາ​ພອຍ ກັນ​ເຄັນ​ພູ​ນຊົກ ຊາວ​ຫນຸ່ມ​ເຜົ່າຕິ​ເບ​ດທີ່​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ເວົ້າ​ກັບ​ນັກ​ຂ່າວ​ວ່າ,ປະຊາ​ຊົນ​ເຜົ່າ​ຕິ​ເບ​ດສ່ວນ​ຫຼາຍ​ທີ່​ສຸດລ້ວນ​ແຕ່ຢາກ​ມີ ຊີວິດ​ການ​ເປັນ​ຢູ່​ອັນ​​ສະຫງົບສຸກ,ຜູ່​ທີ່​ເຂົ້າ​ຮ່ວມ​ເຫດການ​ຈະລາຈົນ​ເທື່ອ​ນີ້​​ບໍ່​ໄດ້​ຕາງຫນ້າ​ພີ່ນ້ອງ​ຮ່ວມ​ຊາດ​ຂອງເຜົ່າຕິ​ເບ​ດອັນ​ໄພສານ​ຢ່າງ​ເດັດຂາດ.ນາງ​ຟ້າ​ນຈິ່ງ​ຈິ່ງ​ທີ່​ເຮັດ​ວຽກ​ຢູ່​ທະນາຄານ​ຮູ້ສຶກ​​ໃຈ​ຮ້າຍທີ່​ສຸດ​ຕໍ່​ການ​ກະທຳ​ອັນ​ຮຸນ​ແຮງ​ທີ່​ພວກ​ລະ​ເມີດ​ກົດຫມາຍ​ຈຳນວນຫນ້ອຍ​ກໍ່​ຂຶ້ນ,ນາງ​ເວົ້າ​ວ່າການ​ກະທຳ​ຂອງ​ລັດຖະບານ​ທີ່​ຈັດການ​ຕໍ່​​​ເຫດການ​ຈະລາຈົນ​ເທື່ອ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ,​ເພື່ອປົກ​ປັກ​ຮັກ ສາ​ສະຖຽນ​ລະ​ພາບຂອງ​ສັງຄົມ​ແມ່ນ​ຫນ້າ​ທີ່​ຮັບຜິດຊອບ​ຂອງ​ລັດຖະ ບານ