ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 14:59:15    
ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ຢູ່​ເມືອງ​ອ່າ​ປ້າ​ແຂວງ​ເຊ​ສວນ​ຂອງ​ຈີນ​ຄ່ອຍໆ​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ,​ເຫດ​ການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ອ່າ​ປ້າ​ກິ່ງ​ແຂວງ​​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດ​ເຜົ່າ​ຊຽງ​ແຂວງ​ເຊ​ສວນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ16​ມີນາ​ນີ້,ປັດຈຸບັນ​ໄດ້​ສະຫງົບໂດຍ​ພື້ນຖານ​ແລ້ວ.

ວັນ​ທີ22​ມີນາ​ນີ້,ຢູ່​ຕາມ​ເຂດ​ຄຸ້ມ​ແລະ​ຖະໜົນ​ທີ່​ສຳຄັນ​ຂອງ​ເມືອງ​ອ່າ​ປ້າ,​ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຖະໜົນ​ສາຍ​ສຳຄັນ​ໃນ​ເມືອງ​ ບໍ່​ມີ​ສິ່ງ​ກີດຂວາງ,ຢູ່​ຖະໜົນ​ເຊ້ຍ​ຖາງ​ທີ່​ປະ​ສົບ​ຜົນ​ເສຍ​ຫາຍ​ໜັກໜ່ວງ​ກວ່າ​ໝູ່​ໃນ​ເຫດການ​ຈະລາ​ຈົນ​ນັ້ນ,​ທ້ອງ​ຖະ​ໜົນ​ໄດ້​ປັດ​ກວາດ​ໃຫ້​ສະ​ອາດ​ຮຽບ​ຮ້ອຍ​ແລ້ວ,ຮ້ານ​ຄ້າ​ຕ່າງໆ​ທີ່​ຢູ່​ສອງ​ຟາກ​ທາງຈຳນວນ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ໄດ້​ເປີດ​ທຸ​ລະ​ກິດ​ຄືນ​ໃໝ່​,ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ​ໄດ້​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ແລ້ວ.ອີງ​ຕາມ​ການ​ຈັດ​ວາງ​ຂອງ​ອົງການ​ປົກຄອງ​ເມືອງ​ອ່າປ້າ,​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ທີ່​ເຊົາ​​ການ​ຮຽນ​ນັ້ນ​ກໍ່​ຈະ​ຟື້ນ​ຟູ​ການ​ຮຽນ​ການ​ສອນໃນ​ວັນ​ທີ24​ມີ​ນາ​ນີ້.