ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 15:02:59    
ຈີນ​ຈະ​ໃຊ້​ເວ​ລາ​5​ປີ​​ເພື່ອ​ເລືອກ​ນັກ​ສຶກ​ສາ 1 ແສນ​ຄົນ​ໄປ​​ເຮັດ​ວຽກ​ຢູ່​ຊົນນະ​ບົດ

cri

ຕາມ​ຂ່າວ​ຈາກ​ຫນັງສືພິມ​ເຢິນມິນ​ຢື້​ປ້າວ:ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ຕົກລົງ​ວ່າ,​ເລີ່​ມ​ແຕ່​ປີ 2008 ​​ເປັນຕົ້ນ​ໄປ,ຈະ​ໃຊ້​ເວລາ 5 ປີ​ເພື່ອ​ຄັດ​ເລືອກ​​ນັກ​ສຶກສາຂອງ​ໂຮງຮຽນ​ຊັ້ນ​ສູງ 1 ແສນຄົນ​ໄປ​ເຮັດ​ວຽກ​ຢູ່​ຊົນນະບົດ

ຫວ່າງ​ມໍ່ໆ​ນີ້,ຄະນະການຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ງານ ສົນທະນາ​ວຽກ​ງານ​ກ່ຽວ​ກັບ​ການຄັດ​ເລືອກນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ໂຮງຮຽນ​ຊັ້ນ​ສູງ​ໄປ​​ເຮັດ​ວຽກ​ຢູ່​ຊົນນະບົດ,ທ່ານ​ຫຼີຢວນຊາວ ຫົວຫນ້າຄະນະການຈັດ​ຕັ້ງສູນກາງ​ພັກ​ກອມ​ມູນິດຈີນ​ກ່າວ​ໃນ​ງານສົນທະນາວ່າ,ຕ້ອງສຶກສາ​ອົບຮົມກ່ຽວ​ກັບ​ການ​ເຮັດ​ວຽກຢູ່ ຊົນນະບົດ​ໃຫ້​ດີ​ຂຶ້ນ,ຕ້ອງ​ອີ​ງຕາມ​ຄວາມ​ສະຫມັກ​ໃຈ​ໃນ​ການ​ໄປ​ປະຕິບັດ​ຫນ້າ​ທີ່​​ແລະ​ການ​ໃຊ້ວິຊາ​ການ​ຂອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ,​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເຂົາ​ເຈົ້າ​ຢ່າງ​ເຕັມທີ່.


ທ່ານ​ຫຼີຢວນສາວ​ຮຽກຮ້ອງ​ໃຫ້​ຍຶດຫມັ້ນຄວາມ​ຕຶ່ນຕົວ​ແລະ​ສະຫມັກ​ໃຈຂອງ​ນັກ​ສຶກສາ​​ຢູ່ໂຮງຮຽນ​ຊັ້ນ​ສູງ,ສົ່ງ​ເສີມນັກ​ສຶກສາທີ່​ຮັກ​ຊົນນະບົດ​ ​ ຮັກຊາວກະສິ ກອນ​​ແລະ​ສະຫມັກ​ໃຈໄປ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ຂອງ​ຊີວິດ​ການ​ເປັນ​ຢູ່​​ໃນ​ຊົນນະບົດ​ໄດ້​ສະຫມັກ​ຊື່​ຮັບການເຊີນ​ຊວນຢ່າງ​ຕັ້ງຫນ້າ,ຕ້ອງ​ສ້າງ​ບັນຍາ ກາດ​ອັນ​ດີ​ເພື່ອ​ເຊີນ​ຊວນນັກ​ສຶກສາ​ທີ່​ຮຽນຈົບ​ຈາກ​ໂຮງ​ໂຮ​ນຊັ້ນ​ສູງ​ຫຼາຍ​ກວ່າ​ເກົ່າ​ລົງໄປຂັ້ນ​ຮາກ​ຖານ,​ໄປ​ຊົນນະບົດ​ເພື່ອ​ປະຕິບັດ​ຫນ້າ​ທີ່