ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 15:53:47    
ສິ່ງ​ກໍ່​ສ້າງ​ສາ​ທາ​ລະ​ນະ​ເມືອງ​ລາ​ຊາ​ ​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ໃນ​ຂັ້ນ​ພື້ນ​ຖານ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:​ເຈົ້າ​ໜ້າ​ທີ່ພາກສ່ວນ​ໄຟຟ້າ​ ​ແລະ ​​ໂທລະ​ຄົມ​ຕິ​ເບ​ດ​ແຈ້ງ​ໃຫ້​ຊາບວ່າ,ນັບ​ມາ​ຮອດ​ປັດຈຸບັນ,​ສິ່ງ​ກໍ່ສ້າງ​ສາທາລະນະ​ຕ່າງໆ ​ເຊັ່ນ,​ໄຟຟ້າ,​ລະບົບ​ສື່ສານ,​​​ໂທລະພາບ​ມີ​ສາຍ​ຫຼື ​ເຄ​ໂບTV ທີ່​ຖືກ​ທຳ​ລາຍ​ໃນ​ເຫດການ​ຈະລາຈົນ​14ມີນາ​ຢູ່ເມືອງ​ລາຊາ​ໄດ້​ຟື້ນ​ຟູ​ເປັນ​ປົກກະຕິ​ໃນ​ຂັ້ນ​ພື້ນຖານ​ແລ້ວ.

ໃນ​ເຫດການ​ຈະລາຈົນ​14ມີນາເມືອງ​ລາຊາ​,ສາຍ​ໄຟຟ້າ12ກິ​ໂລ​ແມັດ​​ເຄິ່ງໃນ​ເຂດ​ຕົວ​ເມືອງ​ຖືກທຳລາຍ,ຮ້ານຂາຍ​ພະລັງງານ​ໄຟຟ້າ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ເມືອງລາຊາ​ຖື​ກທຳລາຍ​ຢ່າງ​ຮ້າຍ​ແຮງ.​ເຫດການ​ຈະລາ​ຈົນ​ຍັງ​ເຮັດ​ໃຫ້​ຜູ່​ໃຊ້​ໂທລະສັບ​ຕັ້ງ​ໂຕະ ​ແລະ ​​ອິນ​ເຕີ​ເນັດ​ເປັນ​ພັນ​ເປັນ​ໝື່ນ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ,ສາຍເຄ​ໂບTV​ສ່ວນ​ໜຶ່ງ​ຖືກ​ເຜົາທຳລາຍ. ​ໂດຍ​ຜ່ານ​ຈາກ​ຄວາມ​ພະຍາຍາມ​ສ້ອມ​ແປງ​ຂອງ​ພາກສ່ວນ​ທີ່ກ່ຽວຂ້ອງ,​ໄດ້​ຟື້ນ​ຟູສະໜອງ​ໄຟຟ້າ​ໃຫ້​ຊາວເມື​ອງ ​ແລະ ຜູ່​​ເຮັດທຸລະ​ກິດ​ສ່ວນ​ຫຼາຍ​. ການ​ຕິດ​ຕໍ່​ສື່ສານ​ທີ່​ຂາ​ດສະບັ້ນ​ນັ້ນ​ກໍ່​ໄດ້​ຟື້ນ​​​ຟູ​ໃນ​ຂັ້ນ​ພື້ນຖານ, ສາຍເຄ​ໂບTV​ທີ່​ຖືກ​ທຳລາຍ​ໄດ້​ຟື້ນ​ຟູ​ປົກກະຕິ​ທັງ​ໝົດ​ແລ້ວ.