ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 11:46:58    
ທ່ານ​ລາ​ປາ​ ພົນ​ຊົກ​ກ່າວ​ວ່າ,ກົນອຸບາຍ​ຂອງກຸ່ມ​ດາ​ໄລລາ​ມະໃຫ້​ບັນຫາ​ຕິ​ເບ​ດຫັນ​ເປັນ​ບັນຫາ​ສາກົນ​​ແມ່ນ​ເປັນ​ໄປ​ບໍ່​ໄດ້

cri

ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ທ່ານ​ລາ​ປາ ພົນ​ຊົກ ຜູ່​ອຳນວຍ​ການ​ໃຫຍ່ສູນ​ຄົ້ນຄວ້າຕິ​ເບ​ດສຶກສາ​ຈີນ​ກ່າວ​ວ່າ, ກົນອຸບາຍ​ຂອງກຸ່ມ​ດາ​ໄລລາ​ມະທີ່​ຢາກ​ເຮັດໃຫ້​ບັນຫາ​ຕິ​ເບ​ດຫັນ​ເປັນ​ບັນຫາ​ສາກົນ​ບໍ່​ປະສົບ​ຜົນສຳ​ເລັດ.

ທ່ານລາປາ ພົນຊົກ​ເຄີຍດຳລົງ​ຕຳແໜ່ງເປັນ​ຮອງປະ​ທານອຳ​ນາດ​ການ​ປົກຄອງ​ປະຊາ​ຊົນເຂດປົກ​ຄອງຕົນ​ເອງຕິ​ເບດ, ທ່ານ​ກ່າວ​ວ່າ, ກຸ່ມ​ດາ​ໄລລາ​ມະມີ​ເຈດຕະ​ນາເຮັດ​ໃຫ້ບັນ​ຫາຕິ​ເບດຫັນ​ເປັນບັນ​ຫາສາ​ກົນ,ແລະ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຢ່າງ​ຫຼວງຫຼາຍ​ເພື່ອ​ເລື່ອງນີ້. ໃນ​ເວລາ​ດົນ​ນານ​ມາ​ນີ້,ອິດ​ທິກຳ​ລັງປໍ​ລະ​ປັກ​ຈຳນວນ​ໜຶ່ງ​ໃນ​ສາກົນ​ສະໜັບ​ສະ​ໜູນ ​ແລະ ນຳ​ໃຊ້​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ຂອງ​ກຸ່ມ​ດາ​ໄລລາ​ມະ,ຖ້າບໍ່​ມີ່ຜູ່​ຢູ່​ເບື້ອງຫຼັງ,​ແນ່ນອນກຸ່ມ​ດາ​ໄລລາ​ມະກໍ່​ຢູ່ບໍ່​ໄດ້.

ທ່ານ​ລາ​ປາ ພົນ​ຊົກ​​ເຫັນ​ວ່າ,​​ພະດາ​ໄລລາ​ມະ​ອົງ​ທີ14​ໃຊ້​ສາດສະ​ໜາ,ເປັນ​ເຄື່ອງມື,​ເພື່ອທຳ​ລາຍ​ຄວາມ​ສາມັກ​ຄີ​ຊົນ​ຊາດ,​​ເຂົາ​ບໍ່​ແມ່ນ​ບຸກຄົນ​ສາດສະ​ໜ້າ​​ແທ້ອີກ​​ແລ້ວ,​​ແຕ່​ແມ່ນ​ຜູ່ລີ້​ໄພທາງ​ການ​ເມືອງ ​ແລະ ຜູ່​ແບ່ງ​ແຍກ​ປະ​ເທດ​ຊາດ​.

ທ່ານ​ລາ​ປາ ພົນ​ຊົກ​ວິ​ເຄາະວ່າ,ບໍ່​ວ່າ​ອິດ​ທິກຳລັງ​ທີ່ຢູ່​ຈີນ ​ແລະ ຕ່າງປະ​ເທດຈະສົມ​ຮູ້​ຮ່ວມ​ຄິດ​ກັນແນວ​ໃດກໍ່ຕາມ,ກໍ່​ບໍ່​ສາມາດປ່ຽນ​ແປງ​ປະ​ຫວັດ ​ແລະ ສະພາບ​ຕົວ​ຈິງ​ທີ່​ວ່າ ຕິ​ເບ​ດ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຈີນ​ນັ້ນ​ໄດ້.