ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 15:18:11    
ຈີນ​​ເຜີຍ​ແຜ່​ຜົນການ​ປະ​ດິດ​ສ້າງ​ເຕັກ​ນິກ​ຂອງ​​ກຳ​ມະ​ກອນ​100​ຂໍ້

cri Author: da
ຕາມ​ຂ່າວCRI: ວັນ​ທີ25ມີນາ​ນີ້​,ສະຫະພັນ​ກຳມະບານ​ແຫ່ງ​ຊາດ​ຈີນ​ໄດ້​​ເຜີຍ​ແຜ່​ຜົນການ​ປະດິດ​ສ້າງ​ເຕັກນິກຂອງກຳມະກອນ​ທົ່ວ​ປະ​ເທດກ່ຽວ​ກັບການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ100​ຂໍ້,​ໃນ​ນັ້ນ ມີ​ຫຼາຍ​ຂໍ້​ໄດ້​ຮັບ​ສິດທິ​ບັດ​ລະດັບ​ຊາດ.

ທ່ານ​ວັງ​ຊິ່ນ​ເວີ້​ຍ ຮອງຫົວໜ້າ​ພະ​ແນ​ກເຕັກນິກ​ເສດຖະກິດຂອງ​ສະຫະພັນ​ກຳມະບານ​ແຫ່ງ​ຊາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,​ໂຄງການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ເຫຼົ່າ​ນີ້ກ່ຽວ​ພັນ​ເຖິງ​ອຸດສາຫະກຳ​ຕ່າງໆ​ຄື ການ​ສະໜອງ​ໄຟຟ້າ ການຜະລິດ​ນ້ຳມັນ​ເຊື້ອ​ໄຟ ການ​ປູກຝັງ​ກະສິກຳ ​ແລະ​ການຄົ້ນຄວ້າ​ຜະລິດ​ອຸປະກອນອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ,ມີ​ເຕັກ​ສິກ​ສູງ ​ໃຊ້​ໄດ້​ດີ​ຫຼາຍ ​ແລະ​ເຜີຍ​ແຜ່​ໂຄສະນາ​ງ່າຍ. ທ່ານ​ວັງ​ຊິ່ນ​ເວີ້​ຍກ່າວ​ວ່າ,ການ​ເຜີຍ​ແຜ່​ຜົນ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ເທື່ອ​ນີ້ ​ແມ່ນ​ເພື່ອ​ສ້າງ​ສິ່ງ​ແວດ​ລ້ອມ​ການ​ແລກປ່ຽນ​ໃຫ້​ກຳມະກອນທັງຫຼາຍ,ສົ່ງ​ເສີມການ​ປະດິດ​ສ້າງ​ເຕັກນິກ,ຊຸກຍູ້​ໃຫ້​ສ້າງສາ​ສັງຄົມທີ່​ປະ​ຢັດ​ຊັບພະຍາກອນແລະ​ເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມ.