ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 17:37:44    
ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ມີ​ມູນ​ຄ່າ​ການ​ຄ້າ​ຢ່າງ​ໃຫຍ່​ຫຼວງ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008 ​ໄດ້​ເລີ່​ມ​ຂຶ້ນ​ແລ້ວ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງພວມ​ຄ່ອຍໆ​ເປີດ​ສາກ.ພ້ອມ​ກັນ​ນັ້ນ,ມູນ​ຄ່າ​ການ​ຄ້າ​ອັນ​ໃຫຍ່​ຫຼວງ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ​ນັບ​ມື້​ນັບສະ​ແດງ​ອອກມາຢ່າງ​ພົ້ນ​ເດັ່ນ​.


ປະຈຸ​ບັນ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງມີ​ວິສາ​ຫະກິດ​ອຸປະ​ຖຳທັງຫມົດ 63 ​ແຫ່ງ.ທ່ານ​​ເຮ​ເບີກ  ປະທານຄະນະ​ກຳມະການ​ການ​ຕະຫຼາດ​ຂອງ​ຄະນະ​ກຳ ມະ ການ​ໂອ​ລິ​ມປິກ​ສາກົນ​ໄດ້​ປະ​ເມີນ​ວ່າ,ສຳລັບ​ຈຳນວນ​ແລະວິ​ສາ​ຫະກິດ​ອຸປະຖຳ​ຈຳ ນວນ​ເງິນ​ອຸປະ​ຖຳ​ແລ້ວ​,​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງອາດ​ຈະ​ບໍ່​ແມ່ນງານ​ກິລາ​ໂອ​ລິມ ປິກ​ເທື່ອ​ຫນຶ່ງ​ທີ່​ໄດ້​ກຳ​​ໄລ​ຫຼາຍ​ກວ່າ​ຫມູ່​,​ແຕ່​ຍັງ​ແມ່ນງານ​ກິລາ​ໂອ​ລິ​ມປິກ​ເທື່ອ ຫນຶ່ງທີ່​​ໄດ້​ຮັບ​ຜົນສຳ​ເລັດຫຼາຍ​ກວ່າ​ຫມູ່​ໃນ​ປະຫວັດສາດ.

ທ່ານ​ຢວນປິ່ນ  ຫົວຫນ້າ​ພະ​ແນ​ກການ​ຕະຫຼາດຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ກ່າວ​ວ່າ,ຕະຫຼາດ​ຈີນ​ທີ່​ກວ້າງ​ໃຫຍ່​ແລະ​ເຕັມ​ໄປ​ດ້ວຍ​ກຳລັງ​ແໜງ​ບົມຊ້ອນ​ໄດ້ມີກຳລັງ​ດຶງ​ດູດ​ອັນ​ແຂງ​ແຮງ,​ເສດຖະກິດ​ຈີນ​ທີ່​ພັດທະ ນາ​ຢ່າງ​ວ່ອງ​ໄວ​ນັ້ນ​ຈະ​ເຮັດ​ໃຫ້​ຫຍີ່​ຫໍ້​ຂອງງານ​ກິລາ​ໂອ​ລິ​ມປິກ​ຍິ່ງ​ອຸດົມສົມບູນຂຶ້ນ.