ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 18:04:20    
ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ສັກ​ສິດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢູ່​ເກຼັກ​ໄດ້​ສຳ​ເລັດ​ໄລ​ຍະ​ທາງ​ໃນ​ມື້​ທຳ​ອິດ.

cri

 ຕາມ​ຂ່າວCRI:ວັນ​ທີ24ມີນາ​ນີ້,ໄຟ​ສັກສິດຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008​ໄດ້​​ຈູດຂຶ້ນຢູ່​ໂອ​ລິ​ມ​ເປຍ​ແຫ່ງ​ເກຼັກ,ຫຼັງ​ຈາກ​ນັ້ນ,ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລີ່​ມຈັດ​ຂຶ້ນ.ຕອນ​ຫົວ​ຄ່ຳ​ມື້​ດຽວ​ກັນ,​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຖືກ​ສົ່ງ​ໄປ​ຮອດ​​ເມືອງ​ເມ​ໂຊ​ໂລກີ​ທີ່​ຫ່າງ​ຈາກ​ນະ ຄອນ​ໂອ​ລິ​ມ​ເປຍ​​ໄປທິດຕາ​ເວັນ​ຕົກ​ສຽງ​ເຫນືອ 130 ​ກິ​ໂລ​ແມັດ,​ແລ້ວ​ໄດ້ສຳ ເລັດໄລຍະທາງ​ໃນ​ມື້​ທຳ​ອິດ.

ເວລາ 20 ​ໂມງ​ 30 ນາທີຕາມ​ເວລາ​ທ້ອງ​ຖິນ,ຢູ່​ສວນອຸທິຍານ​ວິລະ​ຊົນທີ່​ໃຈກາງ​ເມືອງ​ເມ​ໂຊ​ໂລກີ,ຄະນະ​ກຳມະການ​ໂອ​ລິ​ມປິກ​​​ເກຼັກແລະ​ອົງກາ​ນປົກຄອງ​ທ້ອງ​ຖິ່ນຂອງ​​ແຫ່ງ​ນັ້ນ​ໄດ້ດ້​ຈັດ​ພິທີທີ່​ໃຫຍ່​ໂຕ​ມະ​ໂຫລານ​ເພື່ອຕ້ອນຮັບໄຟ​ສັກສິດ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມາ​ຮອດ.

ການ​ເຄື່ອນ​ໄຫວສົ່ງ​ຕໍ່​ທວນ​ໄຟ​ເທື່ອ​ນີ້​ຈະ​ດຳ​ເນີນ​​ໃນປະ​ເທ​ດເກຼັກເປັນ​ເວລາ 7 ວັນ​ຢູ່​​ໃນປະ​ເທ​ດເກຼັກ, ຜ່ານ​ 43 ຕົວ​ເມືອງ,​ໄລ ຍະທາງຍາວ 1528 ກິ​ໂລ​ແມັດ,ມີ​ນັກ​ຖື​ທວນ​ໄຟ 600 ກວ່າ​ຄົນ​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ເທື່ອ​ນີ້.​ໃນ​​​ໄລຍະ​ນີ້,ຕົວ​ເມືອງ​​​ແຫ່ງສຸດ​ທ້າຍ​ທີ່​ໄຟ​ສັກສິດ​ຈະ​ໄປ​ຮອດ​ຈະ​ຈັດ​ພິທີ​ຕ້ອນຮັບ​​ເພື່ອ​ເປັນ​ກຽດ​​ແກ່​ໄຟ​ສັກສິດ.