ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 20:21:08    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຫນັງ​ສື​ພິມ​ແທມສ໊​ຂອງ​ອັງ​ກິດ​ໄດ້​ເອົາ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປົນ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ເຢຍ​ລະ​ມັນ​ປີ 1936​ນັ້ນ​ແມ່ນ​ຢຽດ​ຫຍາມ​ປະ​ຊາ​ຊົນ​ຈີນ​ແລະ​ໂລກ

cri

   ຕາມ​ຂ່າວCRI:ວັນ​ທີ 25 ມີນາ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຫນັງ​ສື​ພິມ​ແທມສ້ອັງກິດ​ໄດ້​​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປົນ​ກັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ເຢຍລະ​ມັນ​ປີ 1936,ນີ້ແມ່ນຢຽດ​ຫຍາມ​ປະຊາຊົນ​ຈີນ,​ທັງ​ແມ່ນ​ຢຽດ​ຫຍາມ​ປະຊາຊົນ​ຂອງໂລກ


ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ຂອງຫນັງ​ສື​ມພິມ​ແທມສ໊ອັງກິດ​ໄດ້​ກ່າວ​ໃນ​ບົດ​ຄວາມ​ວ່າ,ຈຸດປະສົງ​ຂອງ​ຈີນ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​​ຄືນ​ກັນ​ກັບ​ຈຸດປະສົງ​ຂອງ​ຮິດ​ແລເຢຍລະ​ມັນ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃນ​ປີ 1936,​ແມ່ນ​ເພື່ອ​ເວົ້າຍ້ອງ​ເຈົ້າ​ຂອງ​ເອງ. ທ່ານ​ຊິນ​ກ່າງ​​ໄດ້ກ່າວ​ຕໍ່​ເລື່ອງ​ນີ້ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານກິ​ລາ​ອັນ​​ໃຫຍ່​​ໂຕມະ​ໂຫລານ​ຂອງ​ປະຊາຊົນ​ໂລກ.ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຫວັງ​ໃຫ້​ຜ່ານ​ງານກິລາ​ໂອ​ລິ​ມປິກ​ມາ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ ​ເຊິ່ງ​ກັນ​ແລະ​ກັນມິດຕະພາບ​ແລະ​ການ​ຮ່ວມ​ມືນັ້ນ​ຢ່າງ​ຈິງ​​ໃຈ.​ໄຟ​ສັກສິດ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ເປັນສັນຍາ​ລັກ​ແຫ່ງ​ຄວາມ​ປາຖະຫນາ​ແລະ​ຄວາມ​ສະ​​ແຫວ​ງຫາ​ອັນ​ຈົບງາມ​ຂອງ​ມະນຸດ,ກໍ​ສ່ອງ​ແສງ​ໃຫ້​ເຫັນ​​​ຄວາມ​ມືດ​ຄື້ນ​ແລະ​ຊົ່ວ​ຊ້​າລາມົກຂອງ​​ຄົນຈຳນວນ​ຫນຶ່ງ,​ເຮັດ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​​​ຫນ້າ​​ຕາ​ແທ້​ຈິງຂອງ​ເຂົາ​ເຈົ້າ.