ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 12:09:00    
ຜູ່​ຕ້ອງ​ຫາ​ທີ່​ຖືກ​ສົງ​ໄສ​ກໍ່​ເຫດການ​ຈະ​ລາ​ຈົນ​ນະ​ຄອນ​ລາ​ຊາ​280​ກວ່າ​ຄົນ​ເຂົ້າ​ມອບ​ຕົວ

cri
ຕາມຂ່າວCRI,ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ລາຊາ​ແຈ້ງ​ໃຫ້​ຊາບ​ວ່າ,​ປັດ​ຈຸ​ບັນ,​ໄດ້​ມີ280​ກວ່າ​ຄົນ​ທີ່​ຖືກ​ສົງ​ໄສ​ກໍ່​ເຫດການ​ຈະລາ​ຈົນ​ທີ່​ນະ​ຄອນ​ລາ​ຊາ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ມອບ​ຕົວ​ຕໍ່ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ.

ໃນ​ຜູ່​ເຂົ້າ​ມອບ​ຕົວ​ເຫຼົ່າ​ນີ້,ບາງ​ຄົນ​ແມ່ນ​ຖືກ​ຄົນ​ບໍ່​ດີ​ສ່ວນ​ໜ້ອຍ​ຍຸຍົງ,ບາງ​ຄົນ​ແມ່ນ​ຖືກ​ຄົນ​ບໍ່​ດີ​ບັງຄັບ​ໃຫ້ເຂົ້າ​ຮ່ວມ​ການ​ຈະລາຈົນ, ບາງ​ຄົນ​ກໍ່​ຖືກ​ພວກ​ແບ່ງ​ແຍກ​​ໃຫ້​ຕິ​ເບ​ດ​ເປັນ​ເອກະ​ລາດ​​ໃຊ້ເງິນ​ຈ້າງ​ມາ​ກໍ່​ເຫດການ​ຈະລາ​ຈົນ.

ໂດຍ​ພິຈາລະນາ​ເຖິງ​ຜູ່​ຕ້າງ​ຫາ​ຈຳນວນ​ໜຶ່ງ​ມີ​ໂທດ​ເບົາ,​ແລະ​ເປັນ​ເຈົ້າ​ການ​ມອບ​ຕົວ,ປັດຈຸບັນ,ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ລາຊາ​ໄດ້​ປ່ອຍ​ຕົວ​ຜູ່​ເຂົ້າ​ມອບ​ຕົວ​ຈຳນວນ​ໜຶ່ງ.

ນອກ​ນີ້,ອົງການ​ໄອ​ຍະ​ການ​ປະຊາຊົນ​ນະຄອນ​ລາຊາ​ຍັງ​ໄດ້​ອະນຸມັດ​ຈັບ​ຕົວ​ຜູ່​ຕ້ອງ​ຫາ29​ຄົນ,​ເຂົາ​ເຈົ້າ​ຖືກ​ສົງ​ໄສກະທຳ​ຜິດ​ໃນ​ຂໍ້​ຫາທຳລາຍ​ຄວາມ​ປອດ​ໄພ​ຂອງ​ຊາດ​ແລະ​ກະທຳ​ຜິດ​ທາງ​ອາຍາ​ຢ່າງ​ໜັກໜ່ວງ.ພະ​ແນ​ກຕຸລາການ​ຂອງ​ນະຄອນ​ລາຊາ​ຍັງກ່າວ​ວ່າ,ຈະ​ອີງ​ຕາມ​ຄວາມ​ເປັນຈິງ​ແລະ​ກົດໝາ​ຍ,ລົງ​ໂທດ​ຫົວ​​ໂປ່​ກໍ່​ເຫດ​ຢ່າງ​​ເຂັ້ມ​ງວດ.