ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 15:52:21    
ຜູ່​ຊ່ຽວ​ຊານ​ຕິ​ເບດ​ສຶກ​ສາ​ກ່າວ​ວ່າ​ເຫດ​ການ​ຈະ​ລາ​ຈົນ​ທີ່​ນະ​ຄອນ​ລາ​ຊາ​ແມ່ນ​ໂທດ​ກຳ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ຖື​ຄັນ​ຕາ​ລະ​ບັດ​ທາງ​ສາ​ສະ​ໜາ​ທຳ​ລາຍ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຊາດ

cri

ວັນທີ26ມີນານີ້,ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຂ່າວ,ຜູ່ຊ່ຽວຊານຕິເບດສຶກສາໄດ້ວິຈານເຫດການຈະລາຈົນທີ່ນະຄອນລາຊາແລະຕອບ
ຄຳຖາມຂອງນັກຂ່າວ

ຕາມ​ຂ່າວCRI,ວັນ​ທີ26ມີນາ​ນີ້,ທ່ານ​ໂສລາ​ງຕົ່ວ​ຈີ ນັກ​ຄົ້ນຄວ້າ​ສູນ​ຄົ້ນຄວ້າ​ຕິ​ເບ​ດ​ສຶກ​ສາ​ຈີນ ນັກ​ປາດ​ເຜົ່າ​ຕິ​ເບ​ດໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​CRI​ວ່າ,​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ລາ​ຊາ​ແລະ​ເຂດ​ທີ່​ມີ​ຊາວ​ຕິ​ເບ​ດຈຳນວນ​ໜຶ່ງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ບໍ່​ແມ່ນ​ບັນຫາ​ສາ​ສະ​ໜາ,​ຫາກ​ແມ່ນ​ໂທດ​ກຳ​ຂອງ​ກຸ່ມ​ດາ​ໄລລາ​ມະທີ່​ຖື​ຄັນ​ຕາ​ລະ​ບັດ​ທາງ​ສາສະໜາ​ບັງ​ໜ້າ​ເພື່ອທຳ​ລາຍ​ຄວາມ​ເປັນ​ເອກະ​ພາບ​ແລະ​ຄວາມ​ສາມັກຄີ​ຂອງ​ຊາດ.

ວັນທີ26ມີນານີ້,ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຂ່າວ,ຜູ່ຊ່ຽວຊານຕິເບດສຶກສາໄດ້ວິຈານເຫດການຈະລາຈົນທີ່ນະຄອນລາຊາແລະຕອບ
ຄຳຖາມຂອງນັກຂ່າວ

ທ່ານ​ໂສລາ​ງຕົ່ວ​ຈີ​ປີ​ນີ້​ອາຍຸ62​ປີ,​ໄດ້​ຜ່ານສະ​ໄໝ​ສັງຄົມ​ຂ້າ​ທາດ​ກະ​ສິ​ກອນ​ສັກ​ດິ​ນາ​ຂອງ​ຕິ​ເບ​ດ.ທ່ານ​ກ່າວ​ວ່າ,ກ່ອນ​ເຂດ​ຕິ​ເບ​ດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ໃນ​ປີ​1951,​ຕິ​ເບ​ດທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ກຸ່ມ​ດາ​ໄລລາ​ມະ​ແມ່ນ​ຢູ່​ໃນ​ສັງຄົ​ມຂ້າ​ທາດ​ກະ​ສິ​ກຳ​ສັກ​ດິ​ນາ,​ຂ້າ​ທາດ​ກະ​ສິ​ກອນ​ແລະ​ຂ້າ​ທາດ​ທີ່​ກວມ​ປະ​ຊາ​ກອນ​ຕິ​ເບດ​95%​ຂຶ້ນ​ໄປ​ນັ້ນ​ບໍ່​ມີ​ປັດ​ໄຈ​ການ​ຜະ​ລິດ​ແລະ​ອິດ​ສະ​ຫຼະ​ດ້ານ​ຮ່າງ​ກາຍ,​ດຳ​ລົງ​ຊີ​ວິດ​ທີ່​ໜ້າ​ສັງ​ເວດ.​ພາຍ​ຫຼັງ​ຕິ​ເບ​ດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ແລ້ວ,​ໄດ້​ຍົກ​ເລີກ​ລະ​ບອບ​ຂ້າ​ທາດ​ກະ​ສິ​ກອນ​ສັກ​ດິ​ນາ.​ບໍ່​ວ່າ​ເຫດ​ການ​ກໍ່​ການ​ກະ​ບົດ​ດ້ວຍ​ກຳ​ລັງ​ອາ​ວຸດ​ທີ່​ກຸ່ມ​ດາ​ໄລ​ລາ​ມະ​ກໍ່​ຂຶ້ນ​ໃນ​ປີ​1959,​ຫຼື​ແມ່ນ​ເຫດ​ການ​ຈະ​ລາ​ຈົນ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ລາ​ຊາ​ແລະ​ເຂດ​ທີ່​ມີ​ຊາວ​ຕິ​ເບ​ດ​ແຫ່ງ​ອື່ນ​ໆ​ເທື່ອ​ນີ້​ລ້ວນ​ແຕ່​ແມ່ນ​ກຸ່ມ​ດາ​ໄລລາ​ມະ​ບໍ່​ຍອມ​ເສຍ​ຜົນ​ປະ​ໂຫຍດ​ແລະ​ຖາ​ນະ​ການ​ປົກ​ຄອງ​ຂອງ​ຕົນ​ແລ້ວ​ຈິ່ງ​ກໍ່​ເຫດການ​ຈະລາຈົນ.

ຕໍ່​ກຸ່ມ​ດາ​ໄລລາ​ມະ​ທີ່​ເປີດ​ປ່າວ​ຖ້ອຍ​ຄວາມ​ຢູ່​ຕ່າງປະ​ເທດ​ວ່າ"​ປະ​ຊາ​ຊົນ​ເຜົ່າ​ຕິ​ເບດ​ບໍ່​ມີ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ",ທ່ານ​ໂສລາ​ງຕົ່ວ​ຈີ​ກ່າວ​ວ່າ,​ລັດ​ຖະ​ທຳ​ມະນູນ​ຂອງ​ຈີນ​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ,ຈີນ​ປະຕິບັດ​ນະ​ໂຍບາຍ​ເສ​ລີ​ພາບ​ໃນການ​ເຊື່ອ​ຖື​ສາ​ສະ​ໜາ.​ນະ​ໂຍ​ບາຍ​ນີ້​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແລະ​ປະ​ຕິ​ບັດ​ຢ່າງ​ເຕັມ​ທີ່​ຢູ່​ເຂດ​ຕິ​ເບ​ດ.​ປັດ​ຈຸ​ບັນ,​ເຂດ​ຕິ​ເບ​ດມີ​ວັດວາອາ​ຮາມ​ແລະ​ສະຖານ​ທີ່ດຳ​ເນີນ​ກິດ​ຈະ​ກຳ​ທາງ​ສາ​ສະ​ໜາ​1787​ແຫ່ງ,​ໄດ້​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຜູ່​ເຊື່ອ​ຖື​ສາສະໜາ​ດຳ​ເນີນ​ກິດ​ຈະ​ກຳ​ສາ​ສະ​ໜາ​ຢ່າງ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນຖານ.