ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 18:17:53    
ຊາວ​ຕ່າງ​ປະ​ເທດ​ທີ່​ຢູ່​ຕິ​ເບດ​ເຫັນ​ເຫດ​ການ​ຈະ​ລາ​ຈົນ​ກັບ​ຕາ​

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ຈີນ​ໄດ້​ສຳ​ພາດ​ຊາວ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ເຫັນ​ ເຫດ​ການ​ຈະ​ລາ​ຈົນ​ທີ່​ນະ​ຄອນ​ລາ​ຊາ ກັບ​ຕາ.​ຊາວ​ຕ່າງ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຢ່າງ​ຮຸນ​ແຮງ​ຕໍ່​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງ​ກຸ່ມ​ຄົນ​ບໍ່​ດີ.

ວັນ​ທີ14​ມີນາ​ນີ້,ທ່ານ​ໂດ​ນີ​ແກຼ​ຊັນ ຫົວ​ໜ້າ​ກອງ​ທຶນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕິ​ເບດ​ທີ່​ເປັນ​ຄົນ​ອາ​ເມ​ລິ​ກາ​ໄດ້​ເຫັນ​ປະ​ຊາ​ຊົນ​ແຕກ​ໜີ​ແລະ​ສີ​ໜ້າ​ທີ່​ຕົກ​ທ້ານ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ.​ຊາວ​ໜຸ່ມ​ກຸ່ມ​ໜຶ່ງ​ໃຊ້​ກ້ອນ​ດິນ​ຈີ່​ແລະ​ກ້ອນ​ຫີນ​ແກວ່ງ​ໃສ່​ລົດ​ຍົນ​ທີ່​ຢູ່​ຕາມ​ຖະ​ໜົນ.​ທ່ານ​ແກຼ​ຊັນ​ກ່າວ​ວ່າ,​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ເອົາ​ກ້ອນ​ຫີນ​ ມາ​ແຕ່​ໃສ,​ຄື​ດັ່ງ​ໄດ້​ກຽມ​ໄວ້​ລ່ວງ​ໜ້າ​ແລ້ວ.

ນາງ​ອູ​ຊີ​ລາ ຊາວ​ສະ​ໂລ​ເວ​ນີ ກ່າວ​ວ່າ,​ໃນ​ມື້​ນັ້ນ,​ນາງ​ໄດ້​ເຫັນ​ຊາວ​ໜຸ່ມ​ຫຼາຍ​ຄົນ​ຖື​ໄມ້​ຄ້ອນ,​ກ້ອນ​ຫີນ​ໄລ່​ຕີ​ຜູ່​ສັນຈອນ​ໄປມາ,​ຍູ້​ລົດ​ຍົນ​ໃຫ້​ຂວ້ຳ​ປິ້ນ,​ແລະ​ຈູດ​ໄຟ​ທົ່ວ​ທຸກ​ແຫ່ງ,​ທັບ​ມ້າງ​ແລະ​ປຸ້ນ​ຈີ້​ຮ້ານ​ຄ້າ​ທີ່​ຢູ່​ສອງ​ຟາກ​ທາງ.ນາງ​ກ່າວ​ວ່າ,ນາງ​ເຫັນ​ວ່າ​ເຫດ​ການ​ເທື່ອ​ນີ້​ແມ່ນ​ມີ​ການ​ຈັດ​ຕັ້ງ,​ຢ່າງ​ໜ້ອຍ​ຕ້ອງ​ແມ່ນ​ກົນ​ອຸ​ບາຍ​ທີ່​ວາງ​ແຜນ​ໄວ້ລ່ວງ​ໜ້າ​ແລ້ວ.

ທ່ານ​ຢາງ ນັກ​ທ່ອງ​ທ່ຽວ​ຊູ​ແອັດ​ກ່າວ​ວ່າ,​ໃນ​ວັນ​ທີ14​ມີ​ນາ,ທ່ານ​ໄດ້​ເຫັນ​ຢູ່​ສະຖານ​ທີ່​ເກີດ​ເຫດ,​ເຈົ້າ​ໜ້າ​ທີ່​ຂອງ​ຈີນ​ມີ​ແຕ່​ປ້ອງ​ກັນ​ຕົວ​ຢູ່​ປາກ​ທາງ​ສີ່​ແຍກ,​ສະ​ແດງ​ໃຫ້​ເຫັນ​ມີ​ຄວາມ​ອົດ​ກັ້ນ​ທີ່​ສຸດ.​ທ່ານ​ແກຼ​ຊັນ​ກໍ່​ກ່າວ​ວ່າ,​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ຕຳ​ຫຼວດ​ຍິງ​ປືນ​ໃສ່​ຜູ່​ກໍ່​ຈະ​ລາ​ຈົນ​ເລີຍ.​ທ່ານ​ຢາງ​ກ່າວ​ວ່າ,ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ຂອງ​ລາ​ຊາ​ໄດ້​ສະ​ຫງົບ​ລົງ​ແລ້ວ,​ປະ​ຊາ​ຊົນ​ທັງ​ຫຼາຍ​ເລີ່ມ​ດຳ​ລົງ​ຊີ​ວິດ​ແລະ​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່.