ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 13:04:41    
ສະ​ມາ​ຄົມ​ນັກ​ຂ່າວ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງທີ່​​ບິດ​ເບືອ​ນຂ່າວເຫດການ​ຈະ​ລາຈົນໃນ​ນະຄອນ​ລາຊາ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ສະມາຄົມນັກຂ່າວຈີນ​ໄດ້​ອອກ​ຖ​ະ​ແຫຼ​ງການ,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງທີ່ມາ​ເອົາ​ຂ່າວບິດ​ເບືອ​ນ​ຂ່າວເຫດການ​ຈະລາຈົນ​ອັນ​ຮຸນ​ແຮງ​ຢູ່​ນະຄອນ​ລາຊາ​ໃນ​ວັນ​ທີ 14 ມີນາ​ນີ້.


 ຖະ​ແຫຼງ ການ​ຂຽນ​ວ່າ,ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ໄດ້​ລະ​ເມີດ​ພື້ນຖານ​ຈັນ​ຍາ​ບັນ​ຂ່າວໃນ​ການ​ລາຍ​ງານ​ຂ່າວຂອງ​ເຫ​ດການ​ລາຊາ.ຕົວຢ່າງ​ຄື:ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ໄດ້​ຕັດ​ຕໍ່ຮູບ​ຖ່າຍດ້ວຍ​ເຕັກນິກຢ່າງ​ບໍ່​ລະ ອາຍ,ສື່​ມວນ​ຊົນ​ສຳຄັນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ຍັງ​ໄດ້​ເວົ້າ​ເສີມຄວາມ​ຈິງ​ໃນ​ດ້ານ​ຈຳນວນ,ໂດຍກ່າວ​ວ່າ​ມີ​ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ແລະ​ຄົນຕິ​ເບ​ດຫຼາຍ​ຮ້ອຍ​ຄົນ​ຖືກ​ຂ້າ.ຂ່າວ​ບິດ​ເບືອນເຫຼົ່າ​ນີ້​​ໄດ້ຖືກ​​ເຜີຍ​ແຜ່ຢ່າງ​ກວ້າງ ຂວາງ


 ຖະ​ແຫຼງ ການ​ຂຽນ​ວ່າ,ສະມາຄົມ​ນັກ​ຂ່າວ​ຈີນ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ສ້າງຈັນ​ຍາ​ບັນຂອງ​ຜູ່​ປະຕິບັດ​ງານ​ຂ່າວຂອງຈີນ​ຕະຫຼອດ​ມາ,​ແລະ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຕໍ່​ເລື່ອງ​ນີ້.​ແຕ່​ວ່າ​ຜູ່​ຮ່ວມ​ງາມຂະ​ແຫນງ​ດຽວ​ກັນ​ຕ່າງ​ປະ​ເທດ​ຈຳນວນ​ຫນຶ່ງ​ໄດ້​ລະ​ເມີດ​ຈັນຍາ​ບັນຂ່າວ​ທີ່​ຕົວຈິງ ພາວະ​ວິ​ໄສ​ແລະ​ຍຸດຕິ​ທຳ​ໃນ​ການ​ລາຍ​ງານ​ຂ່າວຂອງ​ເຫດການ​ລາຊາ.ສະ​ນັ້ນ, ສະມາຄົມ​ນັກ​ຂ່າວ​ຈີນ​ຈຶ່ງ​ຂໍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງຕໍ່​ເລື່ອງ​ນີ້.