ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 18:50:15    
ຍີ່​ຫໍ້​ຕ່າງໆ​ຍົກ​ສູງ​ຄວາມ​ສາມາດ​ການ​ແຂ່ງຂັນ​ໂດຍ​ຜ່ານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຈີນ: ​ເຖິງ​ວ່າ​ຫ່າງ​ຈາກການ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພຽງ 130 ກວ່າ​ມື້ກໍ​ຕາມ, ​ແຕ່​ການ​ແຂ່ງຂັນ​ລະຫວ່າງ​ຍີ່​ຫໍ້​ສິນຄ້າຂອງ​ວິ​ສາ​ຫະກິດ​ຕ່າງໆ​ໄດ້​ເລີ່ມຕົ້ນ​ດົນ​ແລ້ວ. ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ໃຫຍ່ 64 ​ແຫ່ງ​ລວມທັງ​ບໍລິສັດGE UPS ​ໂຄ​ດັກ ພາ​ນາ​ໂຊ​ນິກ ວິ​ຊາ ​​​ເລ​ໂນ​ເວີ ບໍລິສັດ​Mobile​ຈີນ​ແລະ​ອີ​ລີ​ເປັນ​ຕົ້ນ​ເປັນວິ​ສາ​ຫະກິດ​ສະ​ໜັບສະ​ໜູນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ​ຜູ້​ຮັບຜິດຊອບ​​ເຂດ​ອາຊີ​ປາຊີ​ຟິກຜູ້​ໜຶ່ງ​ຂອງUPSກ່າວ​ວ່າ, UPSຢາກ​ພັດທະນາ​ຈີນ​ເຊິ່ງ​ເປັນ​ຕະຫຼາດ​ບົ່ມ​ຊ້ອນ​ໃຫຍ່​ທີ່​ສຸດ​ໃນ​ໂລກ​​ໂດຍ​ຜ່ານ​ການ​ສະໜັບ​ສະ​ໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ; ຜູ້​ຮັບຜິດຊອບ​ຂອງ​ກຸ່ມ​ບໍລິສັດ​ເລ​ໂນ​ເວີ​ຂອງ​ຈີນ​ເຊິ່ງ​ເປັນລາຍໃໝ່​ຂອງ​ວິ​ສາ​ຫະກິດ​ທີ່​ສະ​ໜັບ​ສະ​ໜູນ​ງານ​ກິລາ​ໂອ​ລິ​ມປິກກໍ​ກ່າວ​ວ່າ, ຊື່​ສຽງ​ແລະ​ລະດັບ​ກຽດຕິຍົດ​ຂອງ​ເຂົາ​ເຈົ້າ​ຢູ່​ຕະຫຼາດ​ຈີນ​ແລະ​ຕ່າງປະ​ເທດ​ລ້ວນ​ແຕ່​ໄດ້​ຍົກ​ສູງ​ຂຶ້ນ​ຫຼາຍ​ແລ້ວ.