ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 18:53:55    
ວິ​ສາ​ຫະກິດທີ່​ສ້າງ​ມົນ​ລະ​ພິດ​ຫຼາຍ ​ໃຊ້​ພະ​ລັງ​ງານ​ຫຼາຍ​ແລະ​ໃຊ້​ນ້ຳ​ຫຼາຍ ​ເປັນ​ເຈົ້າ​ການ​ປິດ​ຕົນ​ເອງ​ງວດ​ທຳ​ອິດ​ຂອງ​ນະ​ຄອນ​ປັກ​ກິ່ງ​ໄດ້​ຮັບ​ລາງ​ວັນ​ຈາກ​ອົງ​ການ​ປົກ​ຄອງ

cri Author: d
ຕາມ​ຂ່າວສານ​ຊິ​ນຮວາ: ຫວ່າງ​ມໍ່ໆ​ນີ້ ວິ​ສາ​ຫະກິດທີ່​ສ້າງ​ມົນ​ລະ​ພິດຫຼາຍ ​ໃຊ້ພະລັງງານຫຼາຍ​ແລະ​ໃຊ້​ນ້ຳຫຼາຍ ​ເປັນ​ເຈົ້າການປິດຕົນເອງງວດ​ທຳ​ອິດ​ຂອງນະຄອນ​ປັກ​ກິ່ງ​ໄດ້​ຮັບ​ລາງວັນທີ່​ຕົກ​ເປັນ​ເງິນ21ລ້ານ7​ແສນ​ຢວນ​ຈາກ​ລັດຖະບານ​ແລ້ວ.

ກົມສົ່ງ​ເສີມອຸດສາຫະກຳ​ນະຄອນ​ປັກ​ກິ່ງລາຍ​ງານ​ວ່າ,ປີ​ນີ້ ນະຄອນ​ປັກ​ກິ່ງ​ມີ​ແຜນ​ຈະປິດ​ວິ​ສາ​ຫະກິດທີ່​ສ້າງ​ມົນ​ລະ​ພິດຫຼາຍ ​ໃຊ້​ພະລັງງານຫຼາຍ​ແລະ​ໃຊ້​ນ້ຳຫຼາຍ 40 ​ແຫ່ງ,ນັບ​ມາ​ຮອດ​ທ້າຍ​ເດືອນ​ກຸມພາ​ປີ​ນີ້,ມີ​ວິ​ສາ​ຫະກິດ50ກວ່າ​ແຫ່ງ​ສ​ະ​ເໜີ​ຊື່.

ໜັງສືພິມ​ເປ​ຈິ່ງ​ຢື້​ປ້າວ​ລາຍ​ງານ​ວ່າ,ວິ​ສາ​ຫະກິດ​ດັ່ງກ່າວ​ປິດຕົນ​ເອງ​ຢ່າງຕື່ນ​ຕົວ,​ໄດ້​ຫຼຸດ​ການ​ໃຊ້​ນ້ຳ​ແລະ​ພະລັງງານ​ຂອງ​ອຸດສາຫະກຳ​ປັກ​ກິ່ງ​ຢ່ງມີ​ປະສິດທິ​ຜົນ. ປີ​ກາຍ​ນີ້ ການ​ໃຊ້ນ້ຳ​ຂອງ​ອຸດສາຫະກຳ​ໃນ​ນະຄອນ​ປັກ​ກິ່ງ​ຫຼຸດ​ຕ່ຳ​ກວ່າ​ໄລຍະ​ດຽວ​ກັນ​ 14%,ສ່ວນ​ການ​ໃຊ້​ພະລັງງານ​ໄດ້​ຫຼຸດ​ຕ່ຳ​ລົງ​ປະມານ11%.