ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 19:01:54    
ຂ່າວ​ສານ​ຊິນ​ຮວາ​ພິມ​ບົດ​ວິ​ຈານ​ຕໍ່​ຖ້ອຍ​ຄວາມ​ທີ່​ວ່າ"ວັດ​ທະ​ນະ​ທຳ​ຕິ​ເບດ​ຖືກ​ດັບ​ສູນ"ຂອງ​ກຸ່ມ​ດາ​ໄລ​ລາ​ມະ​

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ26​ມີນາ​ນີ້,ຂ່າວສານ​ຊິນ​ຮວາ​ໄດ້​ພິມ​ບົດ​ວິຈານ​ໂດຍ​ຊີ້​ອອກ​ວ່າ,​ຖ້ອຍ​ຄວາມ​ທີ່​ວ່າ"ວັດທະນະທຳ​ຕິ​ເບ​ດຖືກດັບ​ສູນ​"ຂອງ​ກຸ່ມ​ດາ​ໄລລາ​ມະ​ຄວນ​ຢຸດຕິ​ໄດ້​ແລ້ວ.

ບົດ​ວິຈານ​ຂຽນ​ວ່າ,ກ່ອນ​ຕິ​ເບ​ດປະຕິບັດ​ການປະຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ,​ຂ້າ​ທາດ​ກະ​ສິ​ກອນ​ແລະ​ຂ້າ​ທາດ​ທີ່​ກວມ​ປະຊາກອນ​ຕິ​ເບດ​95%​ຂຶ້ນ​ໄປ​ນັ້ນ​ເຖິງ​ຂັ້ນ​ວ່າ​ສິດ​ຢູ່​ລອດ​ຂັ້ນ​ພື້ນ​ຖານ​ກໍ່​ບໍ່​ໄດ້​ຮັບ​ການ​ຮັບປະກັນ​ເລີຍ,ຍິ່ງ​ບໍ່​ຕ້ອງ​ເວົ້າ​ເຖິງ​ສິດ​ທິ​ດ້ານ​ວັດ​ທະ​ນະ​ທຳ​ເລີຍ.​ນັບ​ແຕ່​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ​ເກືອບ​50​ປີ​ມາ​ນີ້,​ວັດ​ທະ​ນະ​ທຳ​ຕິ​ເບດ​ໄດ້​ມີ​ການ​ພັດ​ທະ​ນາ​ໃໝ່​ບົນ​ພື້ນ​ຖານ​ທີ່​ສືບ​ທອດ​ມູນ​ເຊື້ອ​ແລະ​ປົກ​ປັກ​ຮັກ​ສາ​ສີ​ສັນ​ພິ​ເສດ​ຂອງ​ເຜົ່າ​ຕິ​ເບ​ດ.

ພະ​ເຖລະ​ລາ​ດາ​ງັກວາງ​ແດນ​ຈິນຮອງ​ປະທານພຸດ​ທະສະ​ມາ​ຄົມຈີນ​ສາຂາ​ຕິ​ເບ​ດ​ກ່າວ​ວ່າ,​ໃນ​50​ປີ​ທີ່​ຜ່ານ​ມາ,ຕິ​ເບ​ດ​ໄດ້​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນ​ຫຼັງ​ມື,ປະຊາຊົນ​ຕິ​ເບດ​ໄດ້​ມີ​​ເສລີພາບ​ແລະ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ເຕັມ​ທີ່,​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ.ກຸ່ມ​ດາ​ໄລລາ​ມະ​ຮ້ອງ​ປ່າວ​ຖ້ອຍ​ຄວາມ​ຢູ່​ຕ່າງປະ​ເທດ​ທີ່​ວ່າ​ວັດ​ທະ​ນະ​ທຳ​ຕິ​ເບ​ດຖືກດັບ​ສູນ​ແລ້ວ​ນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ​ຫຍັງ​ເລີຍ.