ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 19:28:42    
ບົດ​ວິ​ຈານ​ຂ່າວ​ສານ​ຊິນ​ຮວາ​ຂຽນ​ວ່າ​ເຫດ​ການ​ຈະ​ລາ​ຈົນ​ເປັນ​ການ​ຢຽບ​ຢ່ຳ​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ຕິ​ເບດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ26​ມີນາ​ນີ້,​ຂ່າວ​ສານ​ຊິນ​ຮວາ​ໄດ້​ພິມ​ບົດ​ວິ​ຈານ​ໂດຍ​ຊີ້​ອອກ​ວ່າ,​ເຫດ​ການ​ຈະ​ລາ​ຈົນ​ເປັນ​ການ​ຢຽບ​ຢ່ຳ​ສິດ​ທິ​ມະ​ນຸດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ຕິ​ເບດ.

ບົດ​ວິຈານ​ຂຽນ​ວ່າ,ປະຊາຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ18​ຄົນ​ຖືກ​ທຳ​ຮ້າຍ​ຈົນ​ເສຍ​ຊີ​ວິດ,​382​ຄົນ​ໄດ້​ຮັບບາດ​ເຈັບ,​ເຮືອນ​120​ຫຼັງ​ຖືກ​ເຜົາ​ທຳ​ລາຍ,​ຮ້ານ​ຄ້າ​908​ຮ້ານ​ຖືກ​ທັບ​ມ້າງ​ແລະ​ປຸ້ນ​ຈີ້,​ໂຮງ​ຮຽນ​7​ແຫ່ງ​ແລະ​ໂຮງ​ໝໍ​5​ແຫ່ງ​ຖືກ​ທຳ​ລາຍ​ແລະ​ຈູດ​ເຜົາ,​ຄຳ​ເວົ້າ​ທີ່​ວ່າ​ມີ​ຄວາມ​ເມດ​ຕາ​ແບບ​ຈອມ​ປອມ​ນັ້ນ​ປິດ​ບັງ​ເລື່ອງ​ຈິງ​ທີ່​ນອງ​ເລືອດ​ບໍ່​ໄດ້.

ບົດ​ວິຈານ​ຂຽນ​ວ່າ,ທີ່​ຈິງ​ແລ້ວ,ກຸ່ມ​ດາ​ໄລລາ​ມະ​ຖື​ຄັນ​ຕາ​ລະ​ບັດ​ສິດທິ​ມະນຸດ​ບັງ​ໜ້າ,​ເຈດ​ຕະນາ​ອັນ​ແທ້​ຈິງ​ຂອງ​ເຂົາ​ກໍ​ຄື​ຫຼັກ​ໝັ້ນ​ທີ່​ເຂົາ​ຍຶດ​ໝັ້ນ​ດື້​ດ້ານ​ ມາ​ຕະ​ຫຼອດ​ນັ້ນ​ຍັງ​ແມ່ນ​ເຮັດ​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ,​ຢາກ​ຟື້ນ​ຟູ​ລະ​ບອບ​ຂ້າ​ທາດ​ກະ​ສິ​ກອນ​ສັກ​ດິ​ນາ​ທີ່​ມີ​ການ​ປົກ​ຄອງ​ປະ​ສົມ​ກັບ​ສາ​ສະ​ໜາ​ເປັນ​ອັນ​ດຽວ​ກັນ​ຂອງ​ຕິ​ເບດ​ເກົ່າ.​ຖ້າ​ກົນ​ອຸ​ບາຍ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ບັນ​ລຸ​ຜົນ​ເປັນ​ຈິງ,​ປະ​ຊາ​ຊົນ​ຕິ​ເບ​ດຈະ​ປະ​ສົບ​ກັບ​ໄພ​ພິ​ບັດ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ໜັກ​ໜ່ວງ.​ແຕ່​ວ່າ,​ປະ​ຫວັດ​ສາດ​ຈະ​ບໍ່​ຕ່າວ​ປີ້ນ​ຄືນ​ຍ້ອນ​ກຸ່ມ​ຄົນ​ບໍ່​ດີ​ກຸ່ມ​ນ້ອຍໆນີ້.