ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 19:45:03    
ພະ​ເຖ​ລະ​ຂອງ​ຕິ​ເບດ​ພາ​ກັນ​ກ່າວ​ວ່າ​ເຫດ​ການ​14​ມີ​ນາ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ໃບ​ໜ້າ​ທີ່​ແທ້​ຈິງ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ທີ່​ສ້າງ​ໄພ​ພິ​ບັດ​ໃຫ້​ຕິ​ເບດ​ແລະ​ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສາ​ສະ​ໜາ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ຫວ່າງ​ມໍ່ໆ​ມາ​ນີ້,ພະ​ເຖລະ​ຂອງ​ວົງ​ການ​ການ​ສາ​ສະ​ໜາ​ຕິ​ເບດ​ພາ​ກັນ​ກ່າວ​ວ່າ,​ເຫດການ​ຈະ​ລາ​ຈົນ​14​ມີ​ນາ​ທີ່​ນະ​ຄອນ​ລາ​ຊາ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ເຖິງ​ໃບ​ໜ້າ​ທີ່ແທ້​ຈິງຂອງ​ກຸ່ມ​ດາ​ໄລ​ລາ​ມະ​ທີ່​ສ້າງ​ໄພ​ພິ​ບັດ​ໃຫ້​ຕິ​ເບດ​ແລະ​ທຳ​ລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ສາສະໜາ.

ພະ​ເຖລະ ລາ​ດາ ງັກ​ວາງ​ແດນ​ຈິນ ຮອງ​ປະທານພຸດ​ທະສະ​ມາ​ຄົມຈີນ​ສາຂາ​ຕິ​ເບດ​ກ່າວ​ວ່າ,​ພະ​ດາ​ໄລລາ​ມະ​ສວຍ​ໃຊ້​ບົດບາດໃນ​ດ້ານ​ສາ​ສະ​ໜາ​ຂອງ​ຕົນ,​ຍຸ​ຍົງ​ແລະ​ຊື້​ຈ້າງ​ພະ​ສົງ​ຈຳ​ນວນ​ໜຶ່ງ,​ນຳ​ໃຊ້​ເຂົາ​ເຈົ້າ​ກໍ່​ເຫດ​ການ​ຕ່າງໆ​ຢູ່​ໃນ​ດິນ​ແດນ​ຈີນ.​ການ​ກະ​ທຳ​ແນວ​ນີ້​ບໍ່​ພຽງ​ແຕ່​ໄດ້​ທຳລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສາ​ສະ​ໜາ​ເທົ່າ​ນັ້ນ,ຍັງ​ໄດ້​ຝ່າ​ຝືນ​ຫຼັກ​ສິນ​ທຳ​ຂອງ​ພຸດ​ທະ​ສາສະໜາ​ຢ່າງ​ສິ້ນ​ເຊີ່ງ.

ພະ​ເຖລະ ດຸບຄາງ ຕຸບ​ດັນ​ເຄ​ດຸບ ປະ​ທານ​ພຸດ​ທະສະ​ມາ​ຄົມ​ຈີນ​ສາຂາ​ຕິ​ເບ​ດ ພະ​ເຖລະ​ຂອງ​ວັດ​ຊ້ຽວ​ເຕິ່ງ​ນາ​ສູ ກ່າວ​ວ່າ,​ໃນ​ຖາ​ນະ​ເປັນ​ພະ​ເຖລະ​ອົງ​ໜຶ່ງ​ຂອງ​ພຸດ​ທະ​ສາ​ສະ​ໜາ​ຕິ​ເບ​ດ,​ເມື່ອ​ໄດ້​ເຫັນ​ຜູ່​ທີ່​ໃສ່​ຜ້າ​ຄຸມ​ສີ​ຕັບ​ໝູ​ທຸບ​ຕີ ທັບ​ມ້າງ ປຸ້ນ​ຈີ່ ຈູດ​ໄຟ​ເຜົາ​ຢ່າງ​ບັງ​ອາດ,​ເພິ່ນ​ຮູ້​ສຶກ​ອຸກ​ໃຈ​ແລະ​ຄຽດ​ແຄ້ນ​ຫຼາຍ,​ເພິ່ນ​ຮຽກ​ຣ້ອງ​ໃຫ້​ພະ​ເຖລະ​ຂອງ​ວັດ​ນ້ອຍ​ໃຫຍ່​ຕ່າງໆ​ຂອງ​ຕິ​ເບດ​ເຫັນ​ແຈ້ງ​ທາດ​ແທ້​ຂອງ​ພວກ​ແບ່ງ​ແຍກ,​ຄຸ້ມ​ຄອງ​ວັດ​ຂອງ​ຕົນ​ແລະ​ສຶກ​ສາ​ອົບ​ຮົມ​ຜູ່​ເຊື່ອ​ຖື​ຂອງ​ຕົນ​ໃຫ້​ດີ.

ພະ​ເຖລະ ດາ​ຈັກ ​ແດນ​ຈິນ​ເກ​ເລັກ ຂອງ​ວັດ​ດັກ​ຊາຕິ​ເບ​ດກ່າວ​ວ່າ,​ພະ​ສົງ​ຂອງ​ວັດ​ສ່ວນ​ໜ້ອຍ​ບໍ່​ຮຽນ​ຄຳ​ພິ​ໃຫ້​ດີ,​ບໍ່​ເຄົາ​ລົບ​ທຳ​ມະ​ວິ​ໄນ​ຂອງ​ສາ​ສະ​ໜາ,​ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສາ​ສະ​ໜາ,​ແລະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ວົງ​ການ​ສາ​ສະ​ໜາ​ແລະ​ປະ​ຊາ​ຊົນ​ຜູ່​ເຊື່ອ​ຖື​ສາ​ສະ​ໜາ​ອັນ​ໄພ​ສານ.