ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 14:16:25    
ນະ​ໂຍ​ບາຍ​ເສ​ລີ​ພາບ​ດ້ານ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ຢູ່​ຕິ​ເບດ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ພະ​ເຖລະ​ນັກ​ສາງ​ຊາມ​ປາ​ ງະ​ວາງ ຮອງ​ຫົວໜ້າ​ໂຮງຮຽນ​ປະລິ​ຍັດຕິ​ທຳ​ຊັ້ນ​ສູງ​ຂະ​ແໜງ​ພາສາ​ຕິ​ເບດ​ຈີນ​ກ່າວ​ວ່າ,​ນະ​ໂຍ​ບາຍ​ເສລີພາບ​ດ້ານ​ການ​ເຊື່ອ​ຖື​ສາ​ສະ​ໜາ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ຢູ່​ຕິ​ເບ​ດ.

ພະ​ເຖລະ​ນັກ​ສາງ​ກ່າ​ວວ່າ,ຄຽງ​ຄູ່​ກັບ​ລະດັບຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ,ຄົມມະນາຄົມ ​ຂົນ​ສົ່ງ​ມີ​ການ​ພັດທະນາ,​ປະ​ຊາ​ຊົນ​ຜູ່​ເຊື່ອ​ຖື​ສາສະໜາ​ມີ​ເງື່ອນ​ໄຂ​ດ້ານ​ເສດຖະກິດ​ດີກ​ວ່າ​ເກົ່າ​ແລະ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ​ກວ່າ​ເກົ່າ​ເພື່ອ​ເຮັດບຸນ​ສິນ​ກິນ​ທານ.

ພະ​ເຖລະ​ນັກ​ສາງ​ກ່າວ​ວ່າ,ລັດຖະບານ​ຈັດ​ງົບປະມານ​ກ້ອນ​ໃຫຍ່​ເພື່ອ​ປະ​ຕິ​ສັງ​ຂອນ​ແລະ​ອະ​ນຸ​ລັກ​ສາສະ​ນະສະຖານ​ ຂອງ​ຕິ​ເບ​ດ,ອະນຸລັກ​ແລະ​ຮຽບ​ຮຽງ​ທຳ​ມະ​ຄຳ​ພີ​ຕິ​ເບ​ດ,​ເອົາ​ໃຈ​ໃສ່​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະສົງ,ຈັດພວກ​ເພິ່ນເຂົ້າ​ໃນ​ລະ​ບົບ​ປະ​ກັນ​ສັງ​ຄົມ.​ຍັງ​ໄດ້​ສ້າງ​ແລະ​ປະຕິບັດ​ລະບົບ​ລະດັບ​ການ​ສຶກສາ​ພຸດທະ​ສາສະໜາຕິ​ເບ​ດ,​ເຮັດ​ໃຫ້​ພະ​ສົງ​ພຸດ​ທະ​ສາ​ສະ​ໜາ​ຕິ​ເບດ​ໄດ້​ມີ​ການ​ຮັບປະກັນ​ໃນ​ການ​ຮຽນ​ຄຳ​ພີ,​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ໂດຍ​ທົ່ວ​ໄປຈາກ​ບຸກຄົນ​ວົງ​ການ​ສາສະໜາ​,ພະສົງແລະ​ປະຊາ​ຊົນ​ຜູ່​ເຖື່ອ​ຖື​ສາ​ສະ​ໜາ​ອັນ​ໄພ​ສານ​ຂອງ​ຕິ​ເບ​ດ.