ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 15:12:20    
ສິດ​ຢູ່​ລອດ​ແລະ​ສິດ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ຕິ​ເບດ​ມີ​ການ​ຮັບ​ປະ​ກັນ

cri
ຕາມ​ຂ່າວCRI,ວັນ​ທີ28​ມີນາ​ນີ້,ຂ່າວສານ​ຊິນ​ຮວາທີ່​ເປັນ​ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ,​ນັບ​ແຕ່ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ປະ​ຊາ​ທິ​ປະ​​ໄຕ​ເກືອບ50​ປີ​ມາ​ນີ້,ສິດ​ແຫ່ງ​ຄວາມຢູ່​ລອດ​ແລະ​ສິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ຕິ​ເບ​ດອັນ​ໄພສານ​ໄດ້​ມີ​ການ​ຮັບປະກັນ​ຂຶ້ນ​ພື້ນ​ຖານ​ທີ່​ສຸດ.

ຂໍ້​ມູນ​ປະຫວັດສາດ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ບັນທຶກ​ໄວ້ວ່າ,ກ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ແລະ​ດຳ​ເນີນ​ການປະຕິ​ຮູບ​ປະຊາທິປະ​ໄຕ,ຕິ​ເບດຢູ່​ໃຕ້​ລະບອບ​ຂ້າ​ທາດ​ກະສິກອນ​ສັກດິນາ,ຂ້າ​ທາດ​ກະ​ສິກ​ອນຢ່າງ​ຫຼວງ​ຫຼາຍ​ດຳລົງ​ຊີວິດຢູ່​ໃນ​ລະດັບ​ຕ່ຳ​ທີ່ສຸດ​ໃນສັງຄົມ.ສະພາບ​ສິດທິ​ມະນຸດ​ຂີ້ຮ້າຍ​ທີ່​ສຸດ.ພາຍຫຼັງ​ໄດ້​ຮັບ​ກາ​ນປົດ​ປ່ອຍ​ໂດຍ​ສັນຕິ​ແລະ​ດຳ​ເນີນ​ການ​ປະຕິ​ຮູບ​ປະຊາ​ທິ​ປະ​ໄຕ​ແລ້ວ,​ໄດ້​ຍົກ​ເລີກ​ລະບອບ​ທີ່​ການ​ປົກຄອງ​ປະສົມ​ກັບ​ສາ​ສະ​ໜາ​ ແລະ​ລະບອບ​ຂ້າ​ທາດ​ກະສິກອນ​ສັກດິນາ​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະ​ດາ​ໄລລາ​ມະ.ລະບອບ​ປົກຄອງ​ຕົນ​ເອງ​ຂອງເຂດ​ຊົນ​ເຜົ່າ​ເຮັດ​ໃຫ້​ປະຊາຊົນ​ຕິ​ເບ​ດມີ​ສິດ​ປົກຄອງ​ຕົນ​ເອງ​ທີ່​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ວຽກ​ ບ້ານການ​ເມືອງ​ຢ່າງ​ສະ​ເໝີ​ພາບ,ຄຸ້ມ​ຄອງ​ວຽກ​ງານຂອງ​ເຂດ​ແຄວ້ນ​ຕົນ​ແລະ​ຊົນ​ເຜົ່າ​ຕົນ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ລັດຖະບາ​ນຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ,​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຕິ​ເບດ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.ປັດຈຸບັນ,​ເສດຖະກິດ​ສັງຄົມ​ຕິ​ເບດ​ໄດ້​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໄວ​ທີ່​ສຸດ,ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ສູງ​ກວ່າ​ລະດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ​ຕັ້ງ​ຫຼາຍ​ປີ​ແລ້ວ.

ບົດ​ຄວາມ​ຂຽນ​ວ່າ,​ປະ​ຫວັດ​ເກືອບ​50​ປີ​ທີ່​ຜ່ານ​ມາ​ຂອງ​ຕິ​ເບ​ດ​ໄດ້​ບອກ​ຊາວ​ໂລກ​ຮູ້​ວ່າ,ຂໍ​ແຕ່​ວ່າ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,​ຍຶດ​ໝັ້ນ​ປະ​ຕິ​ບັດ​ລະ​ບອບ​ປົກ​ຄອງ​ຕົນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ,ຕິ​
ເບ​ດຈະ​ມີ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ.