ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 15:50:57    
ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​"ທາງ​ສາຍ​ກາງ"​ທີ່​ກຸ່ມ​ດາ​ໄລ​ລາ​ມະ​ກ່າວ​ນັ້ນ​ກໍ່​ແມ່ນ​ຢາກ​ເຮັດ​ໃຫ້​ຕິ​ເບດ​ເປັນ​ເອ​ກະ​ລາດ

cri
ຕາມ​ຂ່າວCRI,ວັນ​ທີ28​ມີນານີ້,​ຂ່າວ​ສານ​ຊິນ​ຮວາ​ທີ່​ເປັນ​ຂ່າວ​ສານ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ບົດ​ວິ​ຈານ​ໂດຍ​ຊີ້​ອອກ​ວ່າ,​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ຄຳ​ວ່າ"ທາງ​ສາຍ​ກາງ"​ທີ່​ກຸ່ມ​ດາ​ໄລ​ລາ​ມະ​ກ່າວ​ນັ້ນ​ກໍ່​ແມ່ນ​ຢາກ​ເຮັດ​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ.

ບົດ​ວິຈານ​ຂຽນ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ ຄຳ​ວ່າ"ທາງ​ສາຍ​ກາງ"ທີ່​ກຸ່ມ​ດາ​ໄລ​ລາ​ມະ​ປ່າວ​ຂ່າວ​ໂຄ​ສະ​ນາ​ເລື້ອຍໆ​ໃນ​ສາ​ກົນ​ນັ້ນ​ມີ​ເນື້ອ​ໃນ​ສຳ​ຄັນ​ດັ່ງ​ນີ້:​ພາຍ​ໃນ​ຂອບ​ລັດ​ຖະ​ທຳ​ມະ​ນູນ​ຈີນ,​ຢູ່​ຕິ​ເບດ​ແລະ​ເຂດ​ທີ່​ມີ​ຊາວ​ເຜົ່າ​ຕິ​ເບ​ດອື່ນໆ​ປະ​ຕິ​ບັດ​ການ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ແລະ​ປົກ​ຄອງ​ຕົນ​ເອງ​ຢ່າງ​ແທ້​ຈິງ. ​ແຕ່​ເມື່ອ​ ຄົ້ນ​ຄວ້າ​ຫົວ​ຂໍ້​ນີ້​ໜ້ອຍ​ດຽວ​ກໍ່​ສາ​ມາດ​ພົບ​ເຫັນ​ໄດ້​ວ່າ,"ທາງ​ສາຍ​ກາງ"ທີ່​ກຸ່ມ​ດາ​ໄລລາ​ມະ​ອ້າງ​ມາ​ນັ້ນມີ​ເນື້ອ​ໃນ​ແລະ​ທາດ​ແທ້​ອັນ​ດຽວ​ກັນ​ກັບ​ເຈດ​ຈຳ​ນົງ​ທີ່​ຢາກ​ໃຫ້​ຕິ​ເບດ​ເປັນ​ເອ​ກະ​ລາດ,​ຄື​ລ້ວນ​ແຕ່​ແມ່ນ​ຢາກ​ຕັດ​ແຍກ​ຕິ​ເບດ​ອອກ​ຈາກ​ຈີນ.

ບົດ​ວິຈານ​ຊີ້​ອອກ​ວ່າ,​ເວົ້າ​ສຳລັບ​ກຸ່ມ​ດາ​ໄລ​ລາ​ມະ​ແລ້ວ,​ການ​ເຮັດ​ໃຫ້​ຕິ​ເບດ​ເປັນ​ເອ​ກະ​ລາດ​​ແມ່ນ​ບໍ່​ມີ​ທາງ​ອອກ,​ແລ​ະກໍ່​ບໍ່​ມີ​ທາງ​ສາຍ​ກາງ,​ມີ​ແຕ່​ເສັ້ນ​ທາງ​ທີ່​ດີ​ພຽງ​ທາງ​ດຽວ​ເທົ່າ​ນັນ, ຄື​ປະລະ​ເຈດ​ຈຳ​ນົງ​ທີ່​ເຮັດ​ໃຫ້​ຕິ​ເບ​ດ​ແຍກ​ເປັນ​ເອ​ກະ​ລາດ,​ຢຸດ​ຕິ​ການ​ກະ​ທຳ​ທີ່​ແບ່ງ​ແຍກ​ປະ​ເທດ​ຈີນ​.