ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 16:16:35    
ຈີນ​ຈະ​ໃຊ້​ງົບ​ປະ​ມານ​​ຫຼາຍ​ປ້ອງ​ກັນ​ທຳ​ມະ​ຊາດ​ຂອງ​ຫຼັງ​ຄາ​ໂລກ

cri

ຂ່າວສານຊິນຮວາລາຍງານວ່າ:ລັດ​ຖະບານ​ຈີນ​ຈະ​ໃຊ້​ງົບປະມານ​ຫຼວງ​ຫຼາຍ​ທີ່​ສ້າງ​ສິ່ງ​ກີດຂວາງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທຳ​ມະ​ຊາດ​ຢູ່​ຫຼັງ​ຄາ​ໂລກ.


ນັກ​ຂ່າວ​ໄດ້​ຂ່າວຈາກ​ພະ​ແນ​ກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ແຈ້ງ​ຂ່າວວ່າ,​ແຜນການ​ອະນຸລັກ​​ແລະ​ກໍ່ສ້າງ​ສິ່ງ​ກີດຂວາງ​ຄວາມ​ປອດ​ໄພ​ທຳ​ມະ​ຊາດ​ຂອງ​ລັດ​ກ່ຽວ​ກັບ​ພູ​ພຽງ​ຕິ​ເບ​ດທີ່ລົງທຶນ​ຫຼາຍ​ກວ່າ 10 ຕື້​ຢວນ​ໄດ້ກ່ຽວ​ພັນ​ເຖິງ​​ໂຄງການ 14 ລາຍ​ເຊັ່ນ:ການ​ອະນຸລັກ​ທົ່ງ​ຫຍ້າ​ທຳ​ມະ​ຊາດ ການ​ອະນຸລັກສັດ​ແລະ​ພືດປ່າ​​ແລະ​ການ​ກໍ່ສ້າງ​ເຂດ​ສະຫງວນ​ແລະ​ໂຄງການ​ປັບປຸງນ້ຳ​ເຊາະ​ດິນ​ເຈື່ອນ​​​ແຕ່​ປີ 2006 ຮອດ​ປີ 2030.

   ຂ່າວ​ແຈ້ງວ່າ,​ໃນ​ໄລຍະປະຕິບັດ​ແຜນການ ຕ້ອງ​ສຳ​ເລັດການ​ປູກ​ຫຍ້າ​ໃສ່​ທົ່ງຫຍ້າຄືນ​ໃຫມ່​ເກືອບ 15 ລ້ານ​ເຮັກຕາ,​ເນື້ອ​ທີ່​ທີ່ປັບປຸງ​ນ້ຳ​ເຊາະ​ດິນ​ເຈື່ອນ​ມີ 3 ລ້ານ 1 ​ແສນ​ກວ່າ​ເຮັກຕາ.


ພູ​ພຽງ​ຊິນ​ໄຮ-​ຕິ​ເບ​ດທີ່​​ຖືກ​ເອີ້ນ​ເປັນຫຼັງຄາ​ໂລກ​ແມ່ນ​ພາກພື້ນ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ມີ​​ເອກະລັກ​ພິ​ເສດ​​ໃນ​ໂລກ.ຕິ​ເບ​ດ​ເປັນ​ປ່ອນ​ສຳຄັນ​ທີ່​ສຸດ​ຂອງ​ພູ​ພຽງ​ຊິນ​ໄຮ-​ຕິ​ເບ​,​ໄດ້​ຕົກລົງວ່າ​ພູ​ພຽງ​ຕິ​ເບ​ດ​ແມ່ນ​ສິ່ງ​ກີດຂວາງ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທຳ​ມະ​ຊາດ​ທີ່​ສຳຄັນ​ຂອງ​ຈີນ​ແລະ​ອາຊີ.