ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-30 18:51:09    
ຂ່າວສານ​ຊີນ​ຮວາ​ພິມ​ບົດ​ຄວາມ​ວ່າ, ກຸ່ມດາ​ໄລ​ລາ​ມະ​ແມ່ນ​ຜູ້​ວາງ​ແຜນ​ປຸກ​ປັ່ນ​ກໍ່​ເຫດ​ການ​ຈະ​ລາ​ຈົນ​ຢູ່​ລາຊາ

cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ30ມີນາ​ນີ້, ຂ່າວສານ​ຊີ​ນຮວາ​ ສຳນັກ​ຂ່າວ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ພິມ​ບົດ​ຄວາມ​ທີ່​ລົງ​ນາມ​ອີ້​ຕົ່ວ. ບົດ​ຄວາມ​ຂຽນ​ວ່າ, ກຸ່ມດາ​ໄລລາ​ມະ​ແມ່ນ​ຜູ້​ວາງ​ແຜນການ​ແລະ​ປຸກ​ປັ່ນກໍ່​ເຫດການ​ຈະລາຈົນ​ຢູ່​ລາຊາ.

ບົດ​ຄວາມ​ຊີ້​ອອກ​ວ່າ, ຫຼັງ​ຈາກກຸ່ມ​ດາ​ໄລລາ​ມະ​ກໍ່​ກະບົດ​ດ້ວຍ​ກຳລັງ​ອາວຸດ​ປະລາ​ໄຊ​ແລະ​ໜີ​ໄປຕ່າງປະ​ເທດ​ໃນ​ປີ1959​ແລ້ວ, ພວກ​ເຂົາ​ໄດ້​ດຳ​ເນີ​ນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ມາເປັນ​ເວລາ​ຍາວ​ນານ. ຫຼັງ​ຈາກນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ສິດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ2008​ແລ້ວ, ກຸ່ມ​ດາ​ໄລລາ​ມະ​ໄດ້ສະ​ເໜີສູ້​ລົບ​ເດັດ​ຂາດ​ກັບ​ງານ​ກິລາ​ໂອ​ລິ​ມປິກ, ໝາຍ​ຈະ​ລົບກວນ​ງານ​ກິລາ​ໂອ​ລິ​ມປິກ​ເພື່ອ​ເລັ່ງລັດ​ການ​ແບ່ງ​ແຍກ​ເຂດ​ຕິ​ເບ​ດອອກ​ເປັນ​ເອກະ​ລາດ, ​ແລະ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ຢູ່​ຈີນ​ແລະ​ຕ່າງປະ​ເທດທີ່​ແນ່​ໃສ່​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ.

ບົດ​ຄວາມ​ຂຽນ​ວ່າ, ພາຍ​ໃຕ້​ການ​ປຸກ​ປັ່ນ​ຂອງກຸ່ມ​ດາ​ໄລລາ​ມະ, ​ວັ​ນທີ14ມີນາ​ປີ​ນີ້, ພວກ​ຄົນ​ຮ້າຍ​ຈຳ​ນວນ​ໜຶ່ງ​​ໄດ້​ເລີ່​ມກໍ່​ເຫດການ​ຈະ​ລາ​ຈົນ​ຢູ່​ເມືອງ​ລາຊາ. ມື້​ດຽວ​ກັນ, ກຸ່ມດາ​ໄລລາ​ມະ​ໄດ້​ຈັດ​ກອງ​ປະຊຸມ, ຕົກລົງ​ໃຫ້​ອັນ​ທີ່​ວ່າກະຊວງ​ການ​ເງິນ​ຂອງລັດ​ຖະບານ​ພັດ​ຖິ່ນ​ຕິ​ເບ​ດຮັບ​ຜິດ​ຊອບ​ຫ້າງ​ຫາ​ເງິນ, ​ເພື່ອ​ເປັນ​ຄ່າ​ໃຊ້​ຈ່າຍ​​ສູ້​ລົບ​ກັບ​ລັດ​ຖະບານ​ຈີນຢ່າງ​ເດັດຂາດ.

ບົດ​ຄວາມ​ຂຽນ​ວ່າ, ​ເລື່ອງ​ຈິງ​ຈຳນວນ​ຫຼວງ​ຫຼາຍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ວັນ​ທີ14ມີນາ​ນີ້​ພວກ​ຄົນ​ບໍ່​ດີຈຳ​ນວນ​ໜ້ອຍ​ກໍ່​ເຫດການ​ຈະລາຈົນ​ຢູ່​​ເມືອງລາຊາ​ຕິ​ເບດ​ແມ່ນກຸ່ມ​ດາ​ໄລລາ​ມະ​​ເປັນ​ຜູ້​ຈັດ​ຕັ້ງອຸບາຍ​ລ່ວງ​ໜ້າ ວາງ​ແຜນ​ແລະ​ປຸກ​ປັ່ນ​ກໍ່​ຂຶ້ນ.