ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 10:43:37    
ຜູ່​ຕ້ອງ​ຫາ​ສຳ​ຄັນ​ທີ່​​ເຂົ້າ​ຮ່ວມ​ຄະ​ດີ​ເຜົາ​ເຮືອນ​ຂ້າ​ຄົນ 4 ລາຍ​ຢູ່​ລາຊາ​ນັ້ນ​ຖືກ​ຈັບ​ແລ້ວ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 30 ມີນາ​ນີ້ ​ພະ​ ແນ​ກຮັກສາ​ຄວາມ​ສະຫງົບ​ຂອງ​ເມືອງ​ລາຊາ​ແຈ້ງ​ໃຫ້​ຊາບ​ວ່າ,ຕົວ​ການ​ຕ້ອງ​ຫາຄະດີ​ເຜົາ​​ເຮືອນ​ຂ້າ​ຄົນ ​4 ລາຍ​ໃນ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ໄດ້​ຖືກ​ຈັບ​ຕົວ​ທັງ​ຫມົດ.

​ໃນຄະດີ​ເຜົາ​ຮ້ານ​ຂາຍ​ເຄື່ອງນຸ່ງ​ອີ​ຊຸນຢູ່​ເມືອງ​ລາຊາ​ເຮັດ​ໃຫ້​ພະນັກງານ​ຂາຍເພດ​ຍິງ 5 ຄົນ​ເສ​ຍຊີວິດ,​ໃນຄະ​ດີ​ເຜົາ​ຮ້ານ​ຂາຍ​ລົດຈັກ​ຂອງ​ເມືອງ​ຕາ​ຈື່​ເຂດ​ຕິ​ເບ​ດ​ເຣັດ​ໃຫ້ 5 ຄົນ​ເສຍຊີວິດ,ນອກ​ນີ້ ​ໃນ​ຄະດີ​ເຜົາ​ຮ້ານຂາຍ​ໂສ້ງ​ຫົງ​ອີ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຕາ​ຈື​ໃນ​ວັນ​ທີ 15 ມີນາ​ນັ້ນມີ​ຜູ່​ຊາຍ​ອາຍຸ 45 ປີ​ຜູ່​ຫນຶ່ງ​ເສຍ​ຊີວິດ,​ໃນ​ຄະດີ​ເຜົາຮ້ານ​ຂາຍ​ເຄື່ອງ​ນຸ່ງ​ຮວາໆ​ກົ່ງ​ຈື​,ມີ​ຜູ່​ຍິງ​ອາຍຸ 19 ປີ​ຜູ່​ຫນຶ່ງ​ເສຍ​ຊີວິດ, ຄະດີ​ເຜົາ​​ເຮືອນ 4 ລາຍ​ນີ້​ລວມມີ 12 ຄົນ​ເສຍ​ຊີວິດ.

ຝ່າຍ​ຕຳຫລວດ​ລາ​ຊາ​ແຈ້ງວ່າ, ນັບ​ມາ​ຮອດ​ປັດຈຸບັນ, ຝ່າຍ​ຕຳຫລວດ​ໄດ້​ຈັບ​ຜູ່​ຕ້ອງ​ຫາກໍ່​ເຫດການ​ຈະລາຈົນ 14 ມີນາ 414 ຄົນ,ມີ 289 ຄົນ​​ເຂົ້າມອບ​ຕົວດ້ວຍ​ຄວາມ​ສະຫມັກ​ໃຈ,​ໃນ​ນັ້ນລວມທັງ​ຄົນ​ຮ້າຍ 6 ຄົນ.

ທ່ານ​ຈ່ຽງຈ້າຍ​ຜິ​ງ ຮອງ​ຫົວຫນ້າ​ພະ​ແນ​ກຮັກສາ​ຄວາມ​ສະຫງົບ​ຂອງ​ເມືອ​ງລາຊາ​ກ່າວ​ວ່າ, ປັດຈຸບັນ ສະພາບການ​​ໃນ​ເມືອງ​ລາຊາ​ໄດ້​ສະຫງົບ​ລົງ​ແລ້ວ, ຄວາມ​ເປັນລະ​ບຽບຮຽບຮ້ອຍທາງ​ສັງຄົມ​ຟື້ນ​ຟູ​​ເປັນປົກກະຕິ.