ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 16:49:47    
"ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຢັດ​ພະ​ລັງ​ງານ"ຂອງ​ຈີນ​ທີ່​ປັບ​ປຸງ​ແລ້ວ​ຈະ​​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ​ເມ​ສາ​ປີ​ນີ້

cri Author: MO
ຕາມ​ຂ່າວCRI: "ກົດໝາຍ​ວ່າ​ດ້ວຍການ​ປະ​ຢັດພະລັງງານ"ຂອງ​ຈີນ​ທີ່​ປັບປຸງ​ແລ້ວ​ຈະ​ເລີ່​ມ​ປະຕິບັດ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 1 ​ເມສາປີ​ນີ້​ເປັນຕົ້ນ​ໄປ. ກົດໝາຍ​ດັ່ງກ່າວ​ໄດ້​ຈັດ​ເອົາ​ວຽກ​ງານ​ປະ​ຢັດ​ພະລັງງານ​ຂອງ​ຂະ​ແໜງ​ການ​ກໍ່​ສ້າງ, ຄົມມະນາຄົມ ​ແລະ​ອົງການ​ລັດຖະບານ​ເຂົ້າ​ໃນ​​ກົດໝາຍ, ​ແລະ​ບູລະນະ​ລະບອບ​ຄຸ້ມ​ຄອງ​ການ​ປະຢັດ​ພະລັງງານ​ແລະ​ມາດ​ຕະການ​ຕ່າງໆ​ກ່ຽວ​ກັບ​ການ​ສົ່ງ​ເສີມ​​ແລະ​ການ​ປັບ​ໄໝ.

ໃນ​ຂະນະ​ທີ່​ເອົາ​ໃຈ​ໃສ່​ການ​ນຳ​ໃຊ້​ພາຫະນະ​ເສດຖະກິດ​ເຊັ່ນ​ນະ​ໂຍບາຍ​ການ​ເງິນ​ແລະ​ອາກອນ​​ເປັນຕົ້ນມາຊີ້​ນຳ​ການ​ປະຢັດ​ພະລັງງານ​ແລ້ວ, "ກົດໝາຍວ່າ​ດ້ວຍ​ການ​ປະຢັດ​ພະລັງງານ"ທີ່​ປັບ​ປຸງ​ແລ້ວ​ຍັງ​ໄດ້​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ການ​ປະຢັດ​ພະລັງງານ​ທີ່​ມີ​ລັກສະນະ​ບັງຄັບ​ໃຊ້ມາດ​ຕະການ​ຕ່າງໆ. ນອກ​ນັ້ນ, ກົດໝາຍ​ດັ່ງກ່າວ​ໄດ້​ເພີ່ມ​ທະວີ​ການ​ລົງ​ໂທດ​ການ​ເຄື່ອນ​ໄຫວ​ທີ່​ຝືນ​ກົດໝາຍ​ປະຢັດ​ພະລັງງານຕ່າງໆ.

"ກົດໝາຍ​ວ່າ​ດ້ວຍ​ການ​ປະຢັດ​ພະລັງງານ"ຂອງ​ຈີນ​​ເລີ່​ມປະຕິບັດ​ແຕ່​ປີ 1998, ​ເດືອນ​ຕຸລາ​ປີ​ກາຍ​ນີ້, ສະພາຂອງ​ຈີນ​ໄດ້​ປັບປຸງ​ກົດໝາຍ​ດັ່ງກ່າວ.