ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 18:17:42    
ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ປະ​ຈຳ​ຈີນ​ໄປ​ສຳ​ຫຼວດ​ເຫດ​ການ​ຢູ່​ນະ​ຄອນ​ລາ​ຊາ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ຈີນ

cri
ຕາມ​ຂ່າວCRI,ວັນ​ທີ28​ມີນາ​ນີ້,​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ປະ​ເທດຈຳນວນ​ໜຶ່ງປະຈຳ​ຈີນ​ໄດ້​​ໄປ​ນະຄອນ​ລາຊາ ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ,​ເພື່ອ​ສຳ​ຫຼວດ​ເຫ​ດການ​ຈະລາຈົນ14​ມີນາ​ທີ່​ນະຄອນ​ລາຊາ​ເປັນ​ເວລາ2​ມື້.

ເຈົ້າ​ໜ້າ​ທີ່​ການ​ທູດທີ່​ໄປ​ສຳຫຼວດຢູ່​ນະຄອນ​ລາຊາ​ນັ້ນ​​ແມ່ນ​ຂອງ​ເບຼຊີ​ນ ອາ​ເມ​ລິ​ກາ ອັງ​ກິດ ສິງ​ກະ​ໂປ ຕັງ​ຊາ​ນີ ຣັດ​ເຊຍ​ແລະອື່ນໆ.​ພາຍ​ຫຼັງ​ຄະ​ນະ​ສຳ​ຫຼວດ​ໄປ​ຮອດ​ນະ​ຄອນ​ລາຊາ​ແລ້ວ,​ໄດ້​ໄປ​ຮ້ານ​ຂາຍ​ເຄື່ອງນຸ່ງ​ ຢີສຸນທີ່​ຕັ້ງ​ຢູ່​ຖະໜົນ​​ເປ​ຈິ່ງ​ຈົ່ງ​ລູ້ ທີ່​ຖືກ​ຈູດ​ເຜົາ​ທຳ​ລາຍ.​ໃນ​ເຫດ​ການ​ຈະລາຈົນ,ພະນັກງານ​ຂາຍ​ທີ່​ເປັນ​ຜູ່​ສາວ5​ຄົນ​ໃນ​ຮ້ານ​ຄ້າ​ແຫ່ງ​ນີ້​ເສຍ​ຊີ​ວິດ​ໃນ​ກອງ​ໄຟ.ພາບ​ຕົວ​ຈິງ​ທີ່​ເຫັນ​ກັບ​ຕາ​ເຮັດ​ໃຫ້​ພວກ​​ເຈົ້າ​ໜ້າ​ທີ່​ການ​ທູດ​ຕື່ນ​ຕົກ​ໃຈ​ຫຼາຍ.​ທ່ານ​ຈອດ​ຈ໌ ມາ​ໂນນ​ກີ ທີ່​ປຶກສາ​ສະຖານທູດ​ຕັງ​ຊາ​ນີປະຈຳ​ຈີນ​ກ່າວ​ວ່າ,ຖ້າບໍ່​ໄດ້​ມາ​ເຫັນ​ກັບ​ຕາ,ກໍ່​ບໍ່​ສາ​ມາດ​ຊອກ​ຮູ້​ສະພາບ​ຕົວ​ຈິງ​​ເຫຼົ່າ​ນີ້,ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍທີ່​ໄດ້​ເຫັນ​ລັດ​ຖະ​ບານ​ຈີນ​ໃຊ້​ມາດ​ຕະ​ການ​ລະ​ງັບ​ເຫດ​ການ​ຈະ​ລາ​ຈົນ.

ຢູ່​ແຫ່ງ​ຕ່າງໆ​ຂອງ​ນະຄອນ​ລາຊາ​ເຊັ່ນ​ຖະໜົນ​ເປ​ຈິ່ງ​ຈົ່ງ​ລູ້,ຖະໜົນ​ຊິງ​ນຽນ​ລູ້ ​ໂຮງ​ຮຽນ​ມັດ​ຖະຍົມ​ທີ​ສອງ​ລາຊາ​ແລະ​ໂຮງ​ໝໍ​ປະ​ຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ເປັນ​ຕົ້ນ,​ຄະ​ນະ​ເຈົ້າ​ໜ້າ​ທີ່​ການ​ທູດ​​ໄດ້​ເຫັນ​ຮ້ານ​ຄ້າ ທະ​ນາ​ຄານ​ໂຮງ​ຮຽນ​ເຮືອນ​ຢູ່ ທີ່​ຖືກ​ຈູດ​ເຜົາ​ທຳ​ລາຍ​ເຫຼືອ​ແຕ່​ຊາກ,​ແລະ​ໄດ້​ເຫັນ​ປະ​ຊາ​ຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ຖືກ​ບາດ​ເຈັບ.​ເລື່ອງ​ຈິງ​ທີ່​ໂຕ້​ຖຽງ​ບໍ່​ໄດ້​ນີ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ທັງ​ຫຼາຍ​ໄດ້​ຮັບ​ຮູ້​ຄວາມ​ຈິງ​ແລະ​ທາດ​ແທ້​ຂອງ​ເຫດ​ການ​14​ມີ​ນາ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ນາງ​ຟູ​ທິວ​ລີ ທີ່​ປຶກສາ​ສະ​ຖານ​ທູດ​ສິງ​ກະ​ໂປ​ປະ​ຈຳ​ຈີນ​ກ່າວ​ວ່າ,​ຕໍ່​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ​ແນວ​ນີ້,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລັດ​ຖະ​ບານ​ຄວນ​ໃຊ້​ມາດ​ຕະ​ການ​ໃດ​ໜຶ່ງ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ລາ​ຊາ,​ພວກ​ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ເລື່ອງ​ນີ້.

ໃນ​ໄລຍະ​ຢູ່​ນະຄອນ​ລາຊາ,ຄະນະ​ສຳ​ຫຼວດຍັງ​ໄດ້​ໄປ​ຢ້ຽມຢາມ​ວັດ​ຕ້າ​ຈ່າວ​ແລະ​ພົບ​ປະ​ໂອ້​ລົມ​ຢ່າງ​ກວ້າງຂວາງ​ກັບ​ປະຊາຊົນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ນະ​ຄອນ​ລາ​ຊາ.