ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 21:18:46    
ນັກ​ວິ​ຊາ​ການ​ເຜົ່າ​ຕິ​ເບດ​ກ່າວ​ວ່າ, ຄຳ​ເວົ້າ​ຂອງ​ພະ​ດາ​ໄລ​ລາ​ມະ​ທີ່​ວ່າ​ວັດ​ທະ ນະ​ທຳ​ຕິ​ເບດ​ຖືກ​ດັບ​ສູນ​ນັ້ນ​ແມ່ນ​ຄຳ​ຂີ້​ຕົວະ

cri
ຕາມ​ຂ່າວຫນັງສືພິມ​ເຢັນ​ມິນ​ຢື້​ປ້າວ:ທ່ານ​​​ເທ​ນຈິນ ​​ເຊ​ພາ​  ນັກວິຊາການ​ເຜົ່າ​ຕິ​ເບ​ດທີ່​ເຂົ້າ​ຮ່ວມ​ວຽກ​ງານຕ່າງໆ​ທີ່ກອບ​ກູ້​ແລະ​ປົກ​ປ້ອງ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ເຜົ່າ​ຕິ​ເບ​ດໄດ້​ກ່າວ​ວ່າ,ຄຳ​ເວົ້າ​ຂອງພະ​ດາ​ໄລລາ​ມະ​ທີ່ວ່າ​ວັດທະນະທຳ​ຕິ​ເບ​ດຖືກ​ດັບ​ສູນ​ແລ້ວ ນີ້​ແມ່ນ​ຄຳ​ຂີ້​ຕົວະ​.

ທ່ານ​ກ່າວ​ວ່າ,ນັບ​ແຕ່​ປີ 1986 ​ເປັນຕົ້ນ​ມາ,​ເຂດ​ຕິ​ເບ​ດ​ໄດ້​​ເກັບ​ໂຮມ ຮຽບຮຽງ ກວດ​ແກ້​ແລະ​ພິມ​ຈຳ​ຫນ່າຍ​ປຶ້ມທີ່​ມີ​ຫົວ​ຂໍ້​ທີ່​ວ່າ ບັນທຶກ​ງິ້ວຈີນ​ ​​ເຫຼັ້ມຕິ​ເບ​ດ​ ການ​ເກັບ​ໂຮ​ມ​ເພງ​ພື້ນ​ເມືອງ​ຈີນ​ເຫຼັ້ມ​ຕິ​ເບ​ດ​ແລະ​ອື່ນໆ ອັນ​ໄດ້ກອບ​ກູ້​​ແລະ​ປົກ​ປ້ອງ​ວັດທະ ນະທຳ​ດັ້ງ​ເດີມ​ຂອງ ປະຊາ​ຊາດຕິເບ​ດ​ອັນ​ດີ​ເດັ່ນຢ່າງ​ບັງ​ເກີດ​ຜົນ.

ທ່ານ​ເທ​ນ​ຈິນ ​​ເຊ​ພາ​ກ່າວ​ວ່າ,ລັດ​ໄດ້​​ໃຊ້​ງົບປະມານ​ເກືອບ 40 ລ້ານຢວນ,​ເພື່ອ​ກວດ​ແກ້ພະ​ໄຕ​ປີດົກທີ່​ເປັນທຳ​ມະຄຳ​ພີພາສາ​ຕິ​ເບ​ດ​ເຊິ່ງ​​ຄັດ​ເອົາ​​ໄດ້​ເກັບ​ໂຮມ​ຄຳ​ພີ​ແລະ​ບົດ​ນິພົນ 4000 ກວ່າ​ເຫຼັ້ມ,​ໂຄງການ​ດັ່ງກ່າວ​ຄາດ​ວ່າ​ຈະສຳ​ເລັດ​ໃນ​ທ້າຍ​ປີ 2009.
ນອກ​ນີ້,ທ່ານ​ເທ​ນ​ຈິນ ​​ເຊ​ພາ​ກ່າວ​ວ່າ,ການ​ເກັບ​ໂຮມ​ໃບ​ສັ່ງ​ສ່ວນ​ປະສົມ​ຢາ​ຕິ​ເບ​ດຈີນ​ທີ່​ມີ​ທັງ​ຫມົດ 1 ຫມື່ນ​ກວ່າ​ໃບ​ຈະ​ພິມ​ຈຳຫນ່າຍ​ໃນ​ທ້າຍ​ປີ​ນີ້,​ເລີ່​ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,​ເຂດ​ຕິ​ເບ​ດຍັງ​ຈະ​ໃຊ້​ເວລາ 3 ປີຮຽບຮຽງ​ແລະ​ພິມ​ຈຳຫນ່າຍ​ຕຳລາຢາ​ພື້ນ​ເມືອງ​ຕິ​ເບ​ດຈີນ