ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 11:12:15    
ພາກ​ສ່ວນ​ກວດ​ກາ​ຄຸນ​ນະ​ພາບ​ຂອງ​ຈີນ​ໃຊ້​ຫລາຍ​ມາດ​ຕະ​ການ​​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ

cri
ຕາມ​ຂ່າວ cri: ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ນັບ​ມື້​ນັບ​​ໃກ້​ເຂົ້າມາ, ວັນ​ທີ 31 ມີນາ ຢູ່​ປັກ​ກິ່ງ, ທ່ານ ພູ​ຊາງ​ເຊິ​ງ ຮອງ​ຫົວຫນ້າ​ກົມ​ໃຫຍ່​ກວດສອບ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຕິດຕາມ​ກວດກາ​ອາຫານ​ທີ່​ສະຫນອງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກນັ້ນ​ຢ່າງ​ເຂັ້ມ​ງວດ, ​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.

​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ອາຫານ​ຂອງ​ງານ​ກິລາ​ໂອ​ລິ​ມ ປິກ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ ພູ​ຊາງ​ເຊີງ ກ່າວ​ວ່າ, ພາກສ່ວນ​ກວດກາ​ຄຸນນະພາ​ບຂອງ​ແຫ່ງ​ຕ່າງໆ​ຕ້ອງ​ສ້າງ​ມາດ​ຕະຖານ​ກວດກາ​ຄຸນ​ນະພາ​ບ ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​​ໄດ້​ມາດຕະຖານ,​ເພີ່ມ​ທະວີ​ການ​ຕິດ ຕາມ​ກວດກາ​ວິ​ສາ​ຫະກິດ​ປຸງ​ແຕ່ງອາຫານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ. ສຳລັບ​ວິ​ສາ​ຫະກິດ​ຜະລິດ​ແລະ​ປຸງສົ່ງອາຫານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໂດຍ​ສະ​ເພາະ​ນັ້ນ, ພະ​ແນ​ກກວດກາ​ຄຸນ​ນະພາ​ບຕ້ອງ​ແຕ່ງ​ຫນ່ວຍ​ງານຕິດຕາມ​ກວດກາ​ໄປ​ປະຈຳ,​ແລະ​ກຳນົດ​ລະບຽບ​ການ​ແລະ​ແຜນການ​ຮັບ​ມື​ກັບ​ກໍລະນີ​ສຸກ​ເສີນ​ຕໍ່​ໂຮງງານ​​ເຫລົ້າ​ນັ້ນ.ພ້ອມ​ກັນນັ້ນ, ພາກສ່ວນ​ກວດກາ​ຄຸນະ​ນພາບ​ຍັງ​ຈະ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ອາຫານ​ທີ່​ສະຫນອງ​ໃຫ້​ບ້ານ​ໂອ​ລິ​ມປິກ ສະຫນາມກິລາ​ຕ່າງໆ​ແລະ​ອື່ນໆ.