ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 18:48:38    
ຈີນ​ກ່າວ​ວ່າ, ການ​ສວຍ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ເວທີ​ການ​ເມືອງ​ເພື່ອ​ສະ​ແດງ​ຕົນ​ເອງ​ນັ້ນ​ເປັນ​ອາຍ​ໜ້າ​ຕໍ່​ຕົນ​ເອງ

cri

ຕາມ​ຂ່າວCRI: ວັນ​ທີ 1 ​ເມສາ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຖ້າວ່າ​ມີ​ຜູ້​ໃດ​ຢາກ​ສວຍ​ໃຊ້​ງານ​ກິລາ​ມະ​ໂຫລານ​ຂອງ​ປະຊາຊົນ​ທົ່ວ​ໂລກ​ເປັນ​​ເວທີການ​ເມືອງ​​ເພື່ອສະ​ແດງ​ຕົນ​ເອງ, ນັ້ນ​​ແມ່ນ​ຊອກ​ບ່ອນ​ຜິດ​ແລ້ວ, ​ເປັນ​ອາຍ​ໜ້າ​ຕໍ່​ຕົນ​ເອງ.

ຫວ່າງ​ມໍ່ໆ​ນີ້, ​ຊຸກ​ຄົນ​ການ​ເມືອງ​ທີ່​ສຳຄັນ​ຂອງ​ຕ່າງປະ​ເທດ​ບາງ​ຄົນ​ໂຄສະນາ​ປ່າວ​ຂ່າວວ່າ​ຈະ​ຂວ້ຳ​ບາດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ກ່ຽວ​ກັບເລື່ອງ​ນີ້, ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ຍາມ​ໃດຈີນ​ກໍຄັດຄ້ານການ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ດ້ວຍ​​ສາ​ເຫດ​ໃດໆ, ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ກິລາ​ມະ​ໂຫລານ​ຂອງ​ປະຊາຊົນ​ທົ່ວ​ໂລກ, ມັນ​ບໍ່​ແມ່ນ​​ເວທີປຶກສາ​ຫາລື​ຫົວ​ຂໍ້​ການ​ເມືອງ​ແລະບ່າ​ເມ່ນ​ເວທີ​ການ​ເມືອງ​ເພື່ອ​ສະ​ແດງ​ຕົນ​ເອງ. ຜູ້ນຳ​ຕ່າງປະ​ເທດ​ທີ່​ປ່າວ​ຂ່າວ​ຈະ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ນັ້ນ, ​ເປັນ​ການ​ເອົາ​ຕົນ​ເອງ​ໜີ​ອອກ​ຈາກ​ຄອບຄົວ​ໂອ​ລິ​ມປິກ​ໃຫຍ່, ມີ​ແຕ່​ຈະ​ທຳລາຍ​ບົດບາດ​ຊື່​ສຽງແລະ​ຜົນ​ປະ​ໂຫຍ​ດຂອງ​ຕົນ.

ທ່ານ​ນາງ​ຈ່ຽງອີ​ຍັງ​ກ່າວ​ວ່າ, ​ເຈດ​ຈຳນົງ​ໃດ​ໆ​ທີ່​ສວຍ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​​ເພື່ອ​ຂົ່ມຂູ່​ຈີນ​ແລະ​ໃຊ້​ແຮງ​ກົດ​ດັນ​ຕໍ່​ຈີນ​ນັ້ນ​ລ້ວນ​ແຕ່​​ແມ່ນ​ບໍ່​ອາດບັນລຸ​ຜົນ​ເປັນ​ຈິງ​ໄດ້.