ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 19:45:17    
ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ແຍກ​ອອກ​ບໍ່​ໄດ້​​ແຕ່​ອະດີດ ປັດຈຸບັນຈົດ​ຮອດອະນາຄົດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ​ເມສາ​ນີ້, ຂ່າວສານ​ຊິນ​ຮວາ​ເຊິ່ງ​ເປັນ​ຂ່າວສານ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ພິມ​ບົດ​ວິຈານ​ວ່າ, ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ແຍກ​ອອກ​ບໍ່​ໄດ້ແຕ່​ອະດີດ ປັດຈຸບັນຈົດ​ຮອດອະນາຄົດ.

ບົດ​ວິຈານ​ຂຽນ​ວ່າ, ​ເລີ່​ມ​ແຕ່​ລາຊະວົງ​ຢວນ​ເມື່ອ 700 ກວ່າ​ປີກ່ອນ, ​ເຂດ​ຕິ​ເບດ​ຈັດ​ເຂົ້າ​ຢູ່​ອານາ​ເຂດ​ຈີນ​ຢ່າງ​ເປັນ​ທາງ​ການ, ຜູ້​ປົກຄອງ​ຂອງ​ລາຊະວົງ​ຢວນ​ໄດ້​ຕັ້ງ​ລະບົບ​ບໍລິຫານ​ຢູ່​ເຂດ​ຕິ​ເບ​ດ, ປີ 1368 ລາຊະວົງ​ມິ​ງ​ໄດ້​ເຂົ້າ​ແທນ​ລາຊະວົງ​ຢວນ, ​ໄດ້​ສືບ​ທອດ​ອຳນາດ​ປົກຄອງ​ເຂດ​ຕິ​ເບ​ດ. ປີ 1644, ລາຊະວົງ​ຊິງ​ໄດ້​ເຂົ້າ​ແທນ​ລາຊະວົງ​ມິງ, ​ໄດ້​ເພີ່ມ​ທະວີ​ການ​ປົກຄອງ​ຕໍ່​ເຂດ​ຕິ​ເບ​ດຕື່ມ​ອີກ. ພາຍຫຼັງ​ປະ​ເທດ​ຈີນ​ໃໝ່​ສະຖາປະນາຂຶ້ນ​ເມື່ອ​ປີ 1949, ລັດຖະບານປະຊາຊົນແລະ​ຜູ້​ແທນ​ຂອງອົງການ​ປົກຄອງ​​ເຂດ​ຕິ​ເບ​ດ​ໄດ້​​ເຊັນ​ສັນຍາ​ຕ່າງໆ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ເຂດ​ຕິ​ເບດ​ໂດຍ​ສັນຕິ. ປີ 1965, ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ສ້າງ​ຕັ້ງ​ຂຶ້ນ. ຄວາມ​ຈິງ​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ແຍກ​ອອກ​ບໍ່​ໄດ້​ຕັ້ງ​ແຕ່​ບູຮານ​ມາ​​ແລ້ວ.