ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 20:02:44    
ບຸກ​ຄົນ​ສຳ​ຄັນ​ຂອງ​ເຫດ​ການ​14​ມີ​ນາ​ຮັບ​ສາ​ລະ​ພາບ​ຕໍ່​ການ​ສ້ຽມ​ສອນ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ

cri
ຕາມ​ຂ່າວCRI:ວັນ​ທີ 1 ​ເມສາ​ນີ້,ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ,ທ່ານ​ອູ​ເຮີ​ພິງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ກ່າວ​ວ່າ,ຫວ່ອງ​ກ່ອນ​ນີ້​ບໍ່​ດົນ,ຕຳຫຼວດ​ລາຊາ​ໄດ້​ຈັບ​ບຸກຄົນ​ສຳຄັນຜູ່​ຫນຶ່ງ​ທີ່​ເຂົ້າ​ຮ່ວມການ​ຈັດ​ຕັ້ງ​​ແລະວາງ​ແຜນ​ກໍ່​ເຫດການ 14 ​ມີນາ​ໂດຍ​ກົງ,ຜູ່​ກ່າວ​ໄດ້​ຮັບ​ສາລະພາບ​ຕໍ່​ຂໍ້​ກ່າວ​ຫາ​ທີ່​ວ່າ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ເຈົ້າ​ຫນ້າ​ທີ່​ຜູ່​ຫນຶ່ງຂອງ​ກຸ່ມ​ດາ​ໄລລາ​ມະ,​ແລະ​ດຳ​ເນີນການ​ເຄື່ອນ​ໄຫວແບ່ງ​ແຍກ​ຊົນ​ເຜົ່າ​ໃຕ້​ການ​​ສ້ຽມ​ສອນ​ຂອງເຂົາ.

 ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານອູ​ເຮີ​ພິງ​ກ່າວ​ວ່າ,ຜູ່​ກ່າວ​ໄດ້​ຍອມຮັບ​ວ່າ​ໄດ້ຕິດ​ຕໍ່​ພົວພັນ​ກັບ​ກຸ່ມ​ດາ​ໄລ​ລາ​ມະ​ດ້ວຍ​ສັນຍາ​ນລັບ,​ແລະຍອມ​ຮັບ​ວ່າ​ເຂົາດຳ​ເນີນການ​​ເຄື່ອນ​ໄຫວ​ເກັບ​ໂຮມ​ຂ່າວ​ລັບຢູ່​ຈີນຕະຫຼອດ​ມາ,​ແຕ່​ຍ້ອນ​ຍັງ​ຢູ່​ໃນ​ໄລຍະ​ສືບ​ສວນຄະດີ,ຕຳຫຼວດ​ຍັງ​ບໍ່​​ໄດ້​ເປີ​ດ​ເຜີຍ​ຊື່​ຂອງ​​ເຂົາ​ຢ່າງ​ສະດວກ. ທ່ານ​ກ່າວ​ວ່າ,ຕຳຫຼວດ​ໄດ້​ສຳ​ຫຼວດ​ເຄືອ​ຂ່າຍ​ການ​ເຄື່ອນ​ໄຫວ​ຂອງ​ເຈົ້າ​ຫນ້າ​ທີ່​ຜູ່​ຫນຶ່ງ​ຂອງ​ອັນ​ທີ່​ວ່າ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ຂອງກຸ່ມ​ດາ​ໄລ​ລາ​ມະ​ຢູ່​ໃນ​ປະ​ເທດ​ຈີນຢ່າງ​ຈະ​ແຈ້ງ​ໃນ​ເບື້ອງ​ຕົ້ນ,ຍັງ​ໄດ້ຄົ້ນ​ພົບ​ອາວຸດ​ແລະ​ໝື້ລະ​ເບີດ​ຈາກ​ກຸ​ຕິ​ສ່ວນ​ຫນຶ່ງ​.