ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 20:10:50    
ລາຍ​ຈ່າຍ​ການ​ເງິນ​ຂອງ​ເຂດ​ຕິ​ເບດ 90%​ຂຶ້ນ​ໄປ​ມາ​ຈາກ​ສູນ​ກາງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ຈັ່ງ​ຊິ້ງ​ລີ ເລຂາ​ຄະນະ​ພັກຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ,ລາຍ​ຈ່າຍ​ການ​ເງິນ​ຂອງ​ເຂດ​ຕິ​ເບ​ດ 93% ຮອດ 94%​ແມ່ນ​ສູນ​ກາງ​ໂອນ​​ໃຫ້

ຕາມ​ສະຖິຕິ,​ໃນ 5 ປີ​ທີ່​ຜ່ານມາ,ນັບ​ລວມ​ແລ້ວ ​ເງິນ​ອຸນຫນູນ​ລາຍ​ຕ່າງໆ​ຂອງ​ສູນ​ກາງ​ຕໍ່​ເຂດ​ຕິ​ເບ​ດ​ໄດ້​ບັນລຸ​ເຖິງ 95 ຕື້​ຢວນ,​​ແມ່ນ 2,42 ​ເທົ່າ​ກວ່າ​ຂອງ 5 ປີ​​ຄັ້ງ​ກ່ອນ,ປີ 2007,​ເງິນ​ອຸດ​ຫນູນ​ທີ່​ສູນ​ກາງ​ໂອນ​ໃຫ້​ເຂດ​ຕິ​ເບ​ດ​ແມ່ນ 102% ຂອງ​ລາຍ​ຈ່າຍ​ການ​ເງິນ​ຂອງ​ເຂດ​ຕິ​ເບດ​.

ທ່ານ​ຈັ່ງ​ຊິ້ງ​ລີ​ກ່າວ​ວ່າ,​ເຂດ​ຕິ​ເບ​ດຈະກຳ​ແລະ​ນຳ​ໃຊ້​​ໂອກາດ​ທີ່​ສູນ​ກາງ​ເພີ່ມ​ຄວາມ​ສະຫນັບ​ສະ​ຫນູນ​ເຂດ​ຕິ​ເບ​ດ​ໃຫ້​ດີຂຶ້ນ,​ເພື່ອ​ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ​ທັງ​ດີ​ທັງ​ໄວ.

ຕາມ​ສະຖິຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ:ປີ 2007,ລວມຍອດ​ຜະລິດ​ຜະ​ຕະພັນ ຂອງ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ​​ໄດ້​ຫຼາຍ​ກວ່າ 34 ຕື້ 200 ລ້ານຢວນ,GDP ທີ່​ຄິດ​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​ຫຼາຍ​ກວ່າ 1 ຫມື່ນ 2 ພັນ​ຢວນ,​ເສດ​ຖະກິດ​​ຂອງເຂດ​ຕິ​ເບ​ດ​ໄດ້​ບັນລຸ​ການ ພັດທະ​ນາ​​ແບບ ກ້າວ​ກະ​ໂດດຄືຮັກ​ສາຈັງຫວະເຕີບ​ໂຕ​ 12 %ຂື້​ນ​ໄປ​​ໃນ 7 ປີ​ລຽນຕິດ