|
 |
(GMT+08:00)
2008-04-01 20:16:16
|
 |
ຄວາມຝັນຂອງງານກິລາໂອລິມປິກແມ່ນຄວາມປາຖະຫນາຮ່ວມຂອງປະຊາຊົນທົ່ວໂລກ
cri
ຕາມຂ່າວສານຊິນຮວາ:ວັນທີ 1ເມສານີ້,ຂ່າວສານຊິນຮວາໄດ້ພິມບົດຄວາມ ໂດຍຂຽນວ່າ,ຄວາມຝັນຂອງໂອລິມປິກແມ່ນຄວາມປາຖະຫນາຮ່ວມຂອງປະຊາ ຊົນທົ່ວໂລກ,ການຂວ້ຳບາດງານກິລາໂອລິມປິກມີແຕ່ກົງກັນຂ້າມກັບຄວາມປາຖະຫນານີ້ເທົ່ານັ້ນ. ບົດຄວາມຂຽນວ່າ,ຄຳຂວັນຂອງງານກິລາໂອລິມປິກປັກກິ່ງທີ່ວ່າ"ໂລກດຽວກັນແລະຄວາມຝັນດຽວກັນ",ພໍດີມີຈຸດປະສົງເພື່ອຢາກໃຫ້ຄົນທັງຫຼາຍທີ່ມາຈາກແຫ່ງຕ່າງໆໃນໂລກສະແຫວງຫາແລະບັນລຸຄວາມຝັນອັນຈົບງາມຂອງຕົນເອງພາຍໃຕ້ທ້ອງຟ້າດຽວກັນຂອງງານກິລາໂອລິມປິກ
ບົດຄວາມຂຽນວ່າ,ງານກິລາໂອລິມປິກປັກກິ່ງຈະແມ່ນບ່ອນຂອງນັກກິລາໂອລິມປິກຈາກທົ່ວໂລກສາມາດບັນລຸຄວາມຝັນ ຂອງຕົນ,ແມ່ນເວລາຂອງຊາວຈີນ 1 ຕື້ 300 ລ້ານຄົນທີ່ບັນລຸຄວາມຝັນຂອງຕົນ,ແມ່ນການທ່ອງທ່ຽວຂອງຄົນທັງຫຼາຍທີ່ບັນລຸຄວາມຝັນຂອງຕົນເພື່ອຢາກຮູ້ຈັກຈີນ ໃຫ້ດີກວ່າເກົ່າ,ແລະກໍແມ່ນປ່ອງຢ້ຽມຂອງຈີນທີ່ບັນລຸຄວາມຝັນຂອງຕົນເພື່ອສະແດງຄວາມກ້າວຫນ້າແລະການພັດທະ ນາ.ຄຳເວົ້າແລະການກະທຳທີ່ຂວ້ຳບາດງານກິລາໂອລິມປິກເຊິ່ງເປັນຂອງທົ່ວ ມວນມະນຸດນັ້ນໄດ້ແຕະຕ້ອງຈິດໃຈຂອງຄົນທົ່ວໄປ,ການຂວ້ຳບາດງານກິລາໂອລິມປິກແມ່ນກົງກັນຂ້າມກັບຄວາມປາຖະຫນາທີ່ດີງາມເທົ່ານັ້ນ.
|
|
|