ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 19:20:35    
ຜູ້​ຊ່ຽວຊານ​ຕິ​ເບ​ດສຶກສາກ່າວ​ວ່າ, ການ​ເມືອງ​ແລະ​ສາສະໜາ​ແຍກ​ອອກຈາກ​ກັນ​ຂອງ​ເຂດ​ຕິ​ເບດ​ແມ່ນ​ຄວາມ​ກ້າວໜ້າ​ຂອງ​ປະຫວັດສາດ

cri

ຕາມ​ຂ່າວCRI: ວັນ​ທີ 2 ​ເມສາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫຼຽນ​ຊ່ຽງ​ມິນ ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ວິ​ທະຍາ​ສາດ​ຂອງ​ສູນຄົ້ນຄວ້າ​ຕິ​ເບ​ດສຶກສາຈີນ​ກ່າວ​ວ່າ, ການ​ເມືອງ​ແລະ​ສາສະໜາ​ແຍກ​ອອກ​ຈາກ​ກັນ​ຂອງ​ເຂດ​ຕິ​ເບ​ດ​ແມ່ນ​ຄວາມ​ກ້າວໜ້າ​ຂອງ​ປະຫວັດສາດ, ກຸ່ມ​ດາ​ໄລລາ​ມະ​ຢາກ​ເຮັດ​ໃຫ້ການ​ເມືອງ​ແລະ​ສາສະໜາ​​ໂຮມ​ເຂົ້າກັນ, ​ແມ່ນຝ່າຝືນ​ກັບ​ກະ​ແສ​ພັດທະ​ນາ​ຂອງ​ປະຫວັດສາດ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນຈັດ​ຂຶ້ນ​ໃນ​ວັນ​ທີ 2 ​ເມສາ​ນີ້, ທ່ານ​ຫຼຽນ​ຊ່ຽງ​ມິນ​ກ່າວ​ວ່າ, ພະ​ດາ​ໄລລາ​ມະ​​ໃນ​ຖານະ​ເປັນ​ບຸ​ກຄົນ​ສາສະໜາ, ພັດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ເມືອງມາ​ໂດຍ​ຕະຫຼອດ, ​​ເປົ້າ​ໝາຍ​ຂອງ​ເຂົາ​ກໍ​ແມ່ນ​ຟື້ນ​ຟູ​ລະບອບ​ທີ່​ການ​ເມືອງ​ແລະ​ສາສະໜາ​ໂຮມ​ເຂົ້າກັນ. ທ່ານ​ກ່າວ​ວ່າ, ສະ​ໄໝ​ທີ່​ການ​ເມືອງ​ແລະ​ສາສະໜາ​ໂຮມ​ເຂົ້າກັນ​ໄດ້​ຜ່ານ​ໄປ​ແລະ​ກັບ​ຄືນ​ບໍ່​ໄດ້​ແລ້ວ, ບໍ່​ວ່າ​ຜູ້​ໃດ​ກໍ​ຕາມຢາກ​ຟື້ນ​ຟູລະບອບ​ທີ່​ການ​ເມືອງ​ແລະ​ສາສະໜາ​ໂຮມ​ເຂົ້າກັນ​ຢູ່​ເຂດ​ຕິ​ເບ​ດ, ລ້ວນ​ແຕ່​ຈະໄດ້​ຖືກຄັດຄ້ານ​ຢ່າງ​ຮຸນ​ແຮງ​ຈາກ​ປະຊາຊົນ​ເຜົ່າ​ຕ່າງໆ​​ເຊິ່ງລວມທັງ​ເຜົ່າ​ຕິ​ເບ​ດຂອງ​ເຂດ​ຕິ​ເບ​ດ.