ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 20:18:54    
ການ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ທີ່​ພະ​ດາ​ໄລ​ລາ​ມະ​ວາງ​ອອກ​ນັ້ນ​ແມ່ນ​ ຢາກ​ປ່ຽນ​ແປງ​ການ​ປົກ​ຄອງ​ຕົນ​ເອງ​ຢູ່​ເຂດ​ຊົນ​ເຜົ່າ​ທີ່​ປະ​ຕິ​ບັດ​ໃນ​ປະ​ຈຸ​ບັນ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 2 ​ເມສາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຊີ່ຢາ​ວນີມາ ຮອງ​ອະທິການ​ບໍດີຂອງ​ມະຫາວິທະ​ຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​ຈີນ​ໄດ້​ກ່າວ​ວ່າ,ການ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ທີ່​ພະ​ດາ​ໄລລາ​ມະວາງ​ອອກ ນັ້ນແມ່ນ​​ຢາກ​ປ່ຽນ​ແປງ​ລະບອບ​ຊົນ​ເຜົ່າ​ອັນ​ພື້ນຖານ​ຄື​ກາ​ນປົກຄອງ​ຕົນ​ເອງຢູ່​​ເຂດ​ຊົນ​ເຜົ່າທີ່​ຈີນປະຕິບັດ​ໃນ​ປະຈຸ​ບັນ​

ໃນ​ເວລາທ່ານ​ຊີ່​ຢາ​ວນີມາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຮງວ​​ຫມູ່​​ໃນ​ງານ​ຖະ​ແຫຼ​ງ ຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈັດ​ຂຶ້ນ​ນັ້ນ,ທ່ານ​ກ່າວ​ວ່າ, ນັກ​ຂ່າວ​ຕ່າງປະ​ເທດ​ຈຳນວນ​ຫນຶ່ງ​ເຫັນ​ວ່າ ປະຈຸ​ບັນ,ພະ​ດາ​ໄລລາ​ມະ​ບໍ່​ໄດ້​ກ່າວ​ເຖິງ​ເຂດ​ຕິ​ເບ​ດ​ເປັນ​ເອກະລາດ​,​​ ສິ່ງ​ທີ່ເຂົາ​ວາງອອກ​າ​ແມ່ນ​ບັນລຸການ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງພາຍ​ໃນ​ຂອບ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ.

ທ່ານ​ຊີ່​ຢາ​ວນີມາ​ກ່າວ​ວ່າ,​ໃນ​ຂະ​ນະ​ທີ່​ພະ​ດາ​ໄລລາ​ມະ​ສະ​ເຫ​ນີ​ໃຫ້ການ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງນັ້ນ​ກໍ່​ໄດ້,ສະ​ເຫ​ນີ ຢ່າງ​ຈະ​ແຈ້ງວ່າ​ຢາກ​ໃຫ້​ທະຫານ​ຈີນ​ຖອນ​ອອກ​​ແລະ​ຟື້ນ​ຟູ​ລະບອບ​ໃນ​ເມື່ອ​ກ່ອນ.​ເຂດ​ຕິ​ເບ​ດ​ໃຫຍ່​ທີ່​ເຂົາວາງອອກ​ນັ້ນ​​ລວມມີ​ເຂດ​ຕິ​ເບ​ດ​ໃນ​ປະຈຸ​ບັນ  ​ແຂວງ​ເຊ​ສວນ ​ແຂວງ ຢຸນນານ ​ແຂວງ​ກັ່ນ​ຊູ​ແລະ​ເຂດ​ຊິນ​ໄຮ,ນີ້​ແມ່ນເຂດ​ບໍລິຫານທີ່​ບໍ່​ເຄີຍ​ມີ​ໃນ​ປະຫວັດສາດຂອງ​ຈີນ​ຈັກ​ເທື່ອ,ນີ້​ກໍ​ຈະ​ກໍ່ຄວາມ​ຄຽດ​ແຄ້ນ​ຢູ່​ເຂດ​ຊົນ​ເຜົ່າ.