ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 20:29:49    
ຫນັງ​ສື​ພິມ​ຈົ່ງ​ໂກວ​ຢື້​ປ້າວ​ພິມ​ບົດ​ຄວາມ​ເລື່ອງ​ອັນ​ທີ່​ວ່າ​ການ​ເຈ​ລະ​ຈາ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້​ຂອງ​ພະ​ດາ​ໄລ​ລາ​ມະ​​ແມ່ນ​ຢາກ​​ເຈ​ລະ​ຈາ​ຫຍັງ​ແທ້

cri
ຕາມ​ຂ່າວສານ​ຊິນ​ຮວາ:ຫນັງ​ສື​ພິມ​ຈົ່ງ​ໂກ​ຢື້​ປ້າວ​ສະບັບວັນ​ທີ 2 ​ເມສາ​ນີ້ ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​​ເລື່ອງວ່າອັນ​ທີ່​ວ່າການ​ເຈລະຈາທີ່​ມີ​ລັກສະນະ​ທາດ​ແທ້​ຂອງ​ພະ​ດາ​ໄລ​ລາ​ມະ​ແມ່ນຢາກ​ເຈລະຈາ​ຫຍັງ​ແທ້?

ບົດ​ຄວາມ​ຂຽນ​ວ່າ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ພະ​ດາ​ໄລລາ​ມະ​ກ່າວ​ວ່າ, ຫວັງ​ໃຫ້​ຜູ່​ນຳ​ຈີນ​ນຳ​ໃຊ້​ສະຕິ​ປັນຍາ​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບທີ່​ມີ​ຄວາມ​ຫມາຍ​ອັນ​ແທ້​ຈິງ​ກັບ​ຊາວ​ຕິ​ເບ​ດ.ຄັນ​ຊັ້ນ,​ໂດຍ​ຜ່ານ​ຈາກ​ການ​ຕິດ​ຕໍ່​ພົວພັນ​ແລະ​ເຈລະ​ຈາ​ກັນ,ພະ​ດາ​ໄລລາ​ມະຢາກ​​ໄດ້​ຫຍັງ​ຈາກ​ສູນ​ກາງ?

ບົດ​ຄວາມຂຽນ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ລັດຖະບານກາງ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ຝ່າຍ​ດາ​ໄລລາ​ມະ​ດ້ວຍ​ຄວາມ​ອົດທົນ​ທີ່​ສຸດ​ຕະຫຼອດ​ມາ,​ເຖິງ​ວ່າ​ຫຼັງ​ຈາກ​ເຫດການ​ຈະລາຈົນ​ອັນ​ຮ້າຍ​ແຮງ​ທີ່​​ເກີ​ດຂຶ້ນ​ຢູ່​ນະ​ຄອນ​ລາຊາ​ກໍ​ຕາມ,​ ລັດຖະບານ​ກາງ​ຍັງ​ສະ​ແດງ​ວ່າ​ນະ​ໂຍບາຍ​ຕໍ່ພະ​ດາ​ໄລລາ​ມະ​​​ແມ່ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ,ຈະ​ແຈ້ງ​ແລະ​ບໍ່​ມີ​ການ​ປ່ຽນ​ແປງ.​ແຕ່​ວ່າ,ດ້ານ​ຫນຶ່ງ,ຝ່າຍ​ດາ​ໄລລາ​ມະ​ໄດ້​​ເວົ້າຊ້ຳ​ແລ້ວ​ຊ້ຳ​ອີກວ່າ​ຢາກຕິດ​ຕໍ່​ພົວພັນ​ແລະ​ເຈລະຈາ​ກັບ​ສູນ​ກາງ,ອີກ​ດ້ານ​ຫນຶ່ງພັດວາງ​ແຜນ​ແລະ​ປຸກ​ປັ່ນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຈະລາ​ຈົນ,ກໍ່​ຄວາມ​ວຸ້ນວາຍ​ໃນສັງຄົມ,ທຳລາຍ​ພື້ນຖານ​ຂອງ​ການ​ຕິດ​ຕໍ່​ພົວພັນ​ແລະ​​ເຈລະຈາ​ຢ່າງ​ຫນັກຫນ່ວງ,ຖ້າ​ເຂົາ​ຫວັງ​ຢາກ​​ຕິດ​ຕໍ່​ພົວພັນ​ແລະ​​ເຈລະຈາຢ່າງ​ແທ້​ຈິງຕໍ່​ໄປ,ກໍ່​ຄວນ​ຢຸດຕິການ​​ປຸກ​ປັ່ນ​​ແລະ​ວາງ​ແຜນ​ກໍ່ເຫດການ​ຈະລາຈົນ​ຢ່າງ​ແທ້​ຈິງ,ຢຸດຕິ​ການ​ເຄື່ອນ​ໄຫວ​​ລົບ​ກວນ​ແລະ​ທຳລາຍ​ງານ​ກິລາ​ໂອ​ລິມປິກປັກ​ກິ່ງ,​ ຢຸດຕິ​ການ​ເຄື່ອນ​ໄຫວ​ທີ່​ຢາກ​ໃຫ້​ເຂ​ດຕິ​ເບ​ດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ,​ເພື່ອສ້າງ​ເງື່ອນ​ໄຂ​ອັນ​ພື້ນຖານ​ທີ່​ສຸດ​ໃຫ້​ແກ່​ການ​ຕິດ​ຕໍ່​ພົວພັນ​ແລະ​​ເຈລະຈາ