ລັດຖະມົນຕີວ່າການກະຊວງການເງິນອາເມລິກາກ່າວວ່າການຮ່ວມມືດ້ານພະລັງງານແລະສິ່ງແວດລ້ອມລະຫວ່າງອາເມລິກາຈີນຈະຊຸກຍູ້ໃຫ້ເສດຖະກິດຂອງສອງປະເທດເຕີບໂຕ ຄວາມປອດໄພຂອງພະລັງງານແລະສິ່ງແວດລ້ອມພັດທະນາແບບຍືນຍົງ
cri
ຕາມຂ່າວCRI,ວັນທີ3ເມສານີ້,ຢູ່ທີ່ປັກກິ່ງ,ທ່ານເຮັນຣີ ພໍຊັນ ລັດຖະມົນຕີວ່າການກະຊວງການເງິນອາເມລິກາກ່າວວ່າ,ອາເມລິກາແລະຈີນວາງແຜນການ10ປີກ່ຽວກັບການຮ່ວມມືດ້ານພະລັງງານແລະສິ່ງແວດລ້ອມຈະຊຸກຍູ້ໃຫ້ເສດຖະກິດຂອງສອງປະເທດເຕີບໂຕ ຄວາມປອດໄພຂອງພະລັງງານແລະສິ່ງແວດລ້ອມພັດທະນາແບບຍືນຍົງ.
ມື້ດຽວກັນ,ທ່ານພໍຊັນໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ ການຮ່ວມມືດ້ານພະລັງງານແລະສິ່ງແວດລ້ອມລະຫວ່າງອາເມລິກາກັບຈີນຢູ່ສະພາບັນດິດວິທະຍາສາດສັງຄົມຈີນ.ທ່ານຍ້ອງຍໍຈີນທີ່ໃຊ້ມາດຕະການສ້າງກົດໝາຍໃນດ້ານອະນຸລັກຊັບພະຍາກອນທຳມະຊາດ.ທ່ານພໍຊັນກ່າວວ່າ,ອາເມລິກາກັບຈີນໄດ້ເຊັນສັນຍາແລ້ວໃນດ້ານຍົກປະສິດທິພາບຂອງພະລັງງານອຸດສາຫະກຳໃຫ້ສູງຂຶ້ນ,ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຮ່ວມມືກັນໃຊ້ເວລາ5ປີພັດທະນາເຕັກນິກຜະລິດວັດຖຸເຊື້ອໄຟລົດຍົນທີ່ເຂົ້າແທນນ້ຳມັນຢ່າງຂະໜາດໃຫຍ່.ສອງປະເທດຍັງຈະເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊຸກຍູ້ການຄຸ້ມຄອງປ່າໄມ້ແບບຍືນຍົງ,ພາຍໃຕ້ການຮ່ວມມືຂອງອົງການພະລັງງານສາກົນ,ເພີ່ມທະວີການຮ່ວມມືດ້ານຄັງສຳຮອງນ້ຳມັນດິບດ້ານຍຸດທະສາດ.
ທ່ານພໍຊັນກ່າວວ່າ,ອາເມລິກາແລະຈີນຈະຈັດການເຈລະຈາເສດຖະກິດຍຸດທະສາດຄັ້ງທີ4ໃນເດືອນມິຖຸນາປີນີ້.ທ່ານຄອງຄອຍໃຫ້ການຮ່ວມມືລະຫວ່າງອາເມລິກາກັບຈີນຈະເຮັດໃຫ້ສອງຝ່າຍໄດ້ຮັບຜົນປະໂຫຍດນຳກັນ.
|
|