ຕາມຂ່າວCRI: ຕອນບ່າຍວັນທີ 3 ເມສານີ້, ກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະກຳມະການປະສານງານຂອງງານກິລາໂອລິມປິກຄັ້ງທີ 29 ທີ່ໄຂຂຶ້ນຢູ່ປັກກິ່ງໄດ້ອັດລົງ. ໃນງານຖະແຫຼງຂ່າວຫຼັງປະຊຸມ, ທ່ານແຮນເວີບຼູເກນ ປະທານຄະນະກຳມະການປະສານງານໄດ້ຂອບໃຈນຳການສະໜັບສະໜູນຂອງລັດຖະບານຈີນຕໍ່ວຽກງານກະກຽມງານກິລາໂອລິມປິກປັກກິ່ງ, ແລະໄດ້ສະແດງຄວາມໂຄລົບນັບຖືຕໍ່ວຽກງານກະກຽມຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງ. ທ່ານກ່າວວ່າ, ນັບມາຮອດປັດຈຸບັນ, ການກະກຽມງານກິລາໂອລິມປິກປັກກິ່ງໄດ້ດຳເນີນຢ່າງສະດວກ, ຍ່ອມຈະຈົ່ງມໍລະດົກງານກິລາໂອລິມປິກອັນລ້ຳຄ່າໄວ້ໃຫ້ແກ່ທົ່ວໂລກຢ່າງແນ່ນອນ.
ພາຍຫຼັງກອງປະຊຸມຄົບຄະນະເທື່ອນີ້, ວຽກງານກະກຽມງານກິລາໂອລິມປິກປັກກິ່ງຈະເຂົ້າສູ່ໄລຍະສຸດທ້າຍ. ທ່ານເວີບຼູເກນກ່າວວ່າ, ຄະນະກຳມະການໂອລິມປິກສາກົນຈະສະໜັບສະໜູນວຽກງານກະກຽມງານກິລາໂອລິມປັກກິ່ງຄືເກົ່າ, ພ້ອມກັນກັບຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງເພື່ອບັນລຸເປົ້າໝາຍ"ຈັດງານກິລາໂອລິມປິກເທື່ອໜຶ່ງທີ່ສຳເລັດຜົນ".
|