ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 20:37:07    
ກຸ່ມ​ດາ​ໄລ​ລາ​ມະ​ພວມ​ທຳ​ຮ້າຍ​ປະ​ຊາ​ຊົນ​ຕິ​ເບດ

cri
ຕາມ​ຂ່າວສານ​ຈີນ:ຫນັງສືພິມ​ກວາ​ງມິ​ງຢື້​ປ້າວ​ຂອງ​ຈີນສະບັບ​ວັນ​ທີ 3 ​ເມສາ​ທີ່​​​ໄດ້ພິມ​ບົດ​ຄວາມ​ຂອງ​ທ່ານ​ປະ​ຊາງ ວັງ​ດູ ນັກ​ຄົ້ນຄວ້າ​ສະພາ​ບັນດິດ​ວິທະຍາສາດສັງຄົມ​ຕິ​ເບ​ດທັງ​ເປັນກຳມະການຂອງ​ສະມາຄົມ​ຕິ​ເບ​ດ ສຶກສາ​ສາກົນ.ບົດ​ຄວາມ​ຂຽນ​ວ່າ,​ເລື່ອງ​ຈິງ​ໄດ້​ຢັ້ງຢືນວ່າ,ກຸ່ມ​ດາ​ໄລລາ​ມະພວມ​ທຳຮ້າຍປະຊາຊົນ​ຕິ​ເບດ.

  ບົດ​ຄວາມ​ຂຽນ​ວ່າ, ​ພະດາ​ໄລລາມະອົງ​ທີ 14 ​ແລະ​ຜູ່​ຕິດຕາມ​ຂອງ​​ເຂົາ​ທຳທ່າ​ວ່າ​ເປັນ​ຜູ່​ຕາງຫນ້າ​ຜົນ​ປະ​ໂຫຍ​ດປະຊາຊົນ​ຕິ​ເບ​ດ,​ແຕ່​ຊ້ຳພັດ​ບໍ່​ໄດ້​ເຮັດ​ເລື່ອງ​​ທີ່​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ເຜົ່າຕິ​ເບ​ດ​ເລີຍ​.​​ເລີ່ມແຕ່​​​ກໍ່​ເຫດ​ການ​ກະບົດ​​ໃຊ້​ກຳລັງ​ອາວຸດ​ທີ່​ມີ​ຈຸດປະສົງ​ເພື່ອ​ແບ່ງ​​ແຍກ​ປະ​ເທດ​ຊາດ​ໃນທ້າຍ​ຊຸມ​ປີ1950​ເປັນຕົ້ນ​ມາ,ກຸ່ມ​ດາ​ໄລລາ​ມະໄດ້​ຍຸ​​ແຍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຊົນ​ເຜົ່າ​ຕະຫຼອດ​ມາ,​ຮ້ອງ​ປ່າວ​ການ​ເປັນ​ປໍ​ລະ​ປັກ​ກັນ​ດ້ວຍກຳ ລັງ​ຮຸນ​ແຮງ.​ເຖິງ​ວ່າ​​ເຫດການ​ຈະລາຈົນ 14 ມີນາ​ເທື່ອ​ນີ້ບໍ່​​ໄດ້ດຳ​ເນີນ​ເປັນ​ເວລາດົນ​​ກໍ​ຕາມ,​ແຕ່​​ສາມາດ​ເອີ້ນ​ວ່າ​ແມ່ນ​ໄພພິບັດ​ຂອງ​ສິດ​ມະນຸດ​ຢ່າງ​​ແທ້ຈິງ.

ບົດ​ຄວາມ​ຂຽນວ່າ,​ເຊື່ອ​ວ່າຫຼັງ​ຈາກ​ຮູ້ຈັກ​ເຖິງ​ປະຫວັດສາດ​ຕິ​ເບ​ດ​ແລະ​ເຫັນ​​ເລື່ອງ​ຈິງຢ່າງ​ຊັດ​ເຈນ​ແລ້ວຄົນ​ທັງຫຼາຍ​ໃນ​ໂລກທີ່​ມີ​ຈິດໃຈ​ຍຸດຕິ​ທຳແລະ​ຄວາມ​ເປັນ​ທຳຈະ​ຮັບຮູ້​ຢ່າງ​ຈະ​ແຈ້ງວ່າ​ແມ່ນ​ໃຜສ້າງ​ພວມ​ທຳຮ້າຍປະຊາຊົນ​ຕິ​ເບ​ດ