ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 16:21:37    
ຈີນ​ຈະລົງ​ເລິກ​​ສ້າງ​ດິນ​ແດນ​ປະ​ເທດ​ໃຫ້​ຂຽວ​ງາມ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮຸຍ​ລຽງ​ຢູ້ ຮອງ​ນາຍົກລັດຖະມົນຕີ​ຈີນ​ກ່າວ​ເນັ້ນວ່າ, ຕ້ອງ​ລົງ​ເລິກ​ດຳ​ເນີນ​ວຽກ​ງານປູກ​ຕົ້ນ​ໄມ້​ສ້າງ​ປ່າ​, ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ອະ​ລະຍະ​ທຳ​ຊີວະ​ພາບ, ພະຍາຍາມ​ສ້າງ​ສະພາບ​ໃໝ່​ທີ່​ໃຫ້​ດິນ​ແດນ​ປະ​ເທດ​ຈີນ​ຂຽວງາມ.

ໃນ​ກອງ​ປະຊຸມ​ຄົບ​ຄະນະຂອງ​ຄະນະ​ກຳມະການ​ປູກ​ຕົ້ນ​ໄມ້​ສ້າງ​ປ່າ​ໃຫ້​ຂຽວງາມ​ທົ່ວ​ປະ​ເທດ​ແລະ​ກອງ​ປະຊຸມຍ້ອງຍໍ​ການ​ປູກ​ຕົ້ນ​ໄມ້​ສ້າງ​ປ່າ​ໃຫ້​ຂຽວງາມ, ທ່ານ​ຮຸນ​ລຽງ​ຢູ້ຊີ້​ອອກ​ວ່າ, ການ​ເຮັດ​ວຽກ​ປູກ​ຕົ້ນ​ໄມ້​ສ້າງ​ປ່າ​ໃຫ້​ຂຽວງາມ, ສາມາດ​ປັບປຸງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ຍົກ​ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ​ຂອງ​ມະນຸດ, ​ເພີ່ມ​ຊັບພະຍາກອນ​ຕົ້ນ​ໄມ້​ແລະ​ຫຍ້າ​ໃຫ້ຫຼາຍຂຶ້ນ, ​ແຫ່ງ​ຕ່າງໆ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຕ້ອງ​ອອກ​ແຮງ​ເຮັດ​ວຽກ​ງານ​ດັ່ງກ່າວ, ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງສາ​​ໂຄງການ​ຊີວະ​ພາບ, ປັບປຸງ​ແລະ​ພັດທະນາ​ໝາກຜົນ​ແຫ່ງ​ການ​ປູກ​ຕົ້ນ​ໄມ້​ສ້າງ​ປ່າ​ໃຫ້​ຂຽວງາມ​ເລື້ອຍໆ.

ທ່ານ​ຮຸນ​ລຽງ​ຢູ້ກ່າວ​ວ່າ, ຮອດ​ປີ 2010, ພະຍາຍາມ​ເຮັດ​ໃຫ້​ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ທົ່ວ​ປະ​ເທດ​ບັນລຸ​ເຖິງ 20%, ອັດຕາ​ຂຽວງາມ​ໃນ​ຕົວ​ເມືອງ​ບັນລຸ​ເຖິງ 40%, ຮອດ​ປີ 2020, ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ອັນ​ດີງາມ.