ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 18:47:19    
ປະ​ຊາ​ຊົນ​ຕິ​ເບດ​ຄອງ​ຄອຍ​ຄວາມ​ສະ​ຫງົບ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ຢູ່​​ເດີ່ນ​ບ້ານ​ຊາວ​ກະສິກອນແຫ່ງ​ໜຶ່ງ​ຂອງ​ເມືອງ​ລິນ​ໂຈ່​ວນະຄອນ​ລາຊາ​​ເຂດຕິ​ເບ​ດຈີນ,ນັກ​ຂ່າວ​ໄດ້​ເຫັນ​ອາ​ມາຍ​ເຊ​ເຢິນ ​ແມ່​ຕູ້​ອາຍຸ117​ທີ່​ເປັນ​ຜູ່​ອາຍຸ​ສູງ​ກວ່າ​ໝູ່​ຂອງ​ຕິ​ເບ​ດ.​​ເພິ່ນ​ນັ່ງ​ຕາກ​ແດດຢູ່​ເດີ່ນ​ບ້ານ​ຂອງ​ຕົນຢ່າງ​ສະບາຍ​ອົກ​ສະບາຍ​ໃຈ.

ນັບ​ແຕ່​ປີ2006​​ມາ​ນີ້,​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ​ໄດ້​ຕັ້ງ​ໜ້າ​ປະ​ຕິ​ບັດ​ໂຄງ​ການ​ເຮືອນ​ໃໝ່.ປັດຈຸບັນ,​ໄດ້​ມີ​ຊາວກະສິກອນ​ຊາວ​ລ້ຽງສັດ​ຫຼາຍ​ກວ່າ3​ແສນ​ຄົນ​ໄດ້​ຍ້າຍ​ໄປ​ຢູ່​ເຮືອນ​ໃໝ່.

ເກືອບ​ເຄິ່ງ​ສະ​ຕະ​ວັດ​ມາ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ຕິ​ເບ​ດ.ປັດຈຸບັນ,ອາຍຸ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຕິ​ເບ​ດ​ໄດ້​ຈາກ​35,5​ປີ​ໃນ​ຕົ້ນ​ຊຸມ​ປີ1950​ທີ່​ຕິ​ເບດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ນັ້ນ​ເພີ່ມ​ຂຶ້ນ​ຮອດ​67​ປີ​.

ປັດຈຸບັນ,ຕິ​ເບ​ດມີສາສະ​ນະ​ສະຖານ​ປະ​ເພດ​ຕ່າງໆ​1700​ກວ່າ​ແຫ່ງ,​ພະ​ສົງ​ສາມະ​ເນນ​4​ໝື່ນ​6​ພັນ​ກວ່າ​ຄົນ,​ແຕ່ລະ​ປີ,​ມີ​ສາ​ສະ​ນິ​ກະ​ຊົນ​ຫຼາຍ​ກວ່າ​1​ລ້ານ​ຄົນ​ໄປ​ນະ​ຄອນ​ລາ​ຊາ​ເພື່ອ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ.

ປະຊາຊົນ​ຕິ​ເບ​ດທີ່​ໃຫ້​ສຳພາດ​ລ້ວນ​ແຕ່​ກ່າວ​ວ່າ,ການ​ມີ​ຄວາມ​ສຸກ ຢູ່​ດີ​ມີ​ແຮງ​ແລະ​ກົມ​ກຽວ​ກັນ​ແມ່ນ​ຄວາມ​ຮູ້ສຶກ ​ຂອງ​ເຂົາ​ເຈົ້າ​ໃນຫຼາຍ​ສິບ​ປີ​ມາ​ນີ້,​ແລະ​ກໍ່​ແມ່ນ​ຄວາມ​ປາ​ຖະ​ໜາ​ທີ່​ໃຫຍ່​ກວ່າ​ໝູ່​ຕໍ່​ອະນາຄົດ.