ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-05 16:26:38    
ຕະຫຼາດ​ທ່ອງ​ທ່ຽວ​ລາຊາ​ຈະ​ຟື້ນ​ຟູ​ຮອບ​ດ້ານ​ແຕ່​ວັນ​ທີ 1 ພຶດ​ສະ​ພາ​ເປັນ​ຕົ້ນ​ໄປ

cri Author: MO
ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ນີ້, ອົງການ​ປົກຄອງນະຄອນ​ລາ​ຊາ​ຕົກລົງ​ວ່າ, ​ນັບ​ແຕ່​ວັນ​ທີ 1 ພຶດສະພາ​ເປັນຕົ້ນ​ໄປ, ຕະຫຼາດທ່ອງ​ທ່ຽວ​ນະຄອນລາຊາ​ຈະຟື້ນ​ຟູ​ການ​ບໍລິການ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຢ່າງຮອບດ້ານ.

ໜັງສືພິມ​ເຢີ​ນມີນ​ຢື້​ປ້າວ​ສະບັບ​ວັນ​ທີ 5 ​ເມສາ​ແຈ້ງ​ຂ່າວ​ວ່າ, ​ເມື່ອ​ສະຖານະ​ການ​ຂອງ​ນະຄອນ​ລາຊາ​ຄ່ອຍໆ​ສະຫງົບ​ລົງ​ແລ້ວ, ນັກ​ທ່ອງ​ທ່ຽວ​ແລະບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​​​ໄດ້​ໂທ​ລະ​ສັບ​ມາ​ເລື້ອຍໆ, ສອບຖາມ​ເລື່ອງ​ການທ່ຽວຕິ​ເບ​ດນຳ​ບໍລິສັດ​ທ່ອງ​ທ່ຽວ​ແລະ​ໂຮງ​ແຮມລາຊາ​​.

ການທ່ອງທ່ຽວ​ໄດ້​ກາຍ​ເປັນ​ອຸດສາຫະກຳ​ເສົາ​ຄ້ຳ​ຂອງ​ຕິ​ເບ​ດ​ແລ້ວ. ປີ 2007, ລາຊາ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ 2 ລ້ານ 7 ​ແສນກວ່າ​ເທື່ອ​ຄົນ, ຈຸດໝາຍ​ໃນ​ປີ​ນີ້​ແມ່ນ 3 ລ້ານ 3 ​ແສນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 30%. ​ເມື່ອ​ນະຄອນລາຊາ​ເກີດ​ເຫດການ​ຈະລາຈົນ 14 ມີນາ​ແລ້ວ, ​ເສດຖະກິດ​ການທ່ອງ​ທ່ຽວ​ເຂດ​ຕິ​ເບ​ດ​ໄດ້​ຖືກ​ກະທົບ​ຢ່າງໜັກໜ່ວງ, ຄະນະ​ທ່ອງ​ທ່ຽງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ຍົກ​ເລີກ​ການທ່ຽວຢ່າງ​ຕໍ່​ເນື່ອງ, ພະນັກງານ​ຂະ​ແໜງ​ການ​ທ່ອງ​ທ່ຽວຢູ່​ແຫ່ງ​ນັ້ນ​ກໍ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ວຽກ​ເຮັດ.