ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-05 16:31:50    
ປະທານ​​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ​ສະ​ແດງ​ຄວາມ​ເພີງພໍ​ໃຈ​ທີ່​ສຸດ​ຕໍ່​ວຽກ​ງານ​ກະກຽມ​ການ​​ແຂ່ງຂັນ​ເຮືອ​ໃບຄົນ​ພິການ​ຂອງ​ເມືອງ​ຊີ່ງຕາວ

cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ4​ເມສາ​ນີ້, ຫຼັງ​ຈາກ​ສຳ​ຫຼວດ​ເມືອງ​ຊິ່ງຕາວ​​ເຊິ່ງ​ເປັນ​ເມືອງ​ຊ່ອຍຈັດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ແລ້ວ, ທ່ານ​ຟິລິບ ຄຼາ​ເວິນ ປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ​ກ່າວ​ວ່າ, ສິ່ງ​ກໍ່​ສ້າງ​ຂອງ​ເມືອງ​ຊີ່​ງຕາວ​ດີ​ເດັ່ນ​ທີ່​ສຸດ, ທ່ານ​​ມີ​ຄວາມ​ເພີງ​ພໍ​ໃຈ​ທີ່​ສຸດ​ຕໍ່​ວຽກ​ງານ​ກະກຽມ​ການ​​ແຂ່ງຂັນ​ເຮືອ​ໃບ​ຄົນ​ພິການ, ທ່ານຫວັງ​ວ່າ​ຫຼັງ​ຈາກ​ການ​ແຂ່ງຂັນ​ເຮືອ​ໃບ​ຄົນ​ພິການ​ທີ່​ຈັດ​​ໃນ​ເດືອ​ນກັນ​ຍາ​ປີ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ​ເມືອງ​ຊີ່​ງຕາວ​ຈະ​ກາຍ​ເປັນ​ຕົວ​ເມືອງ​ສາທິດ​ທີ່​ຈັດການ​ແຂ່ງຂັນ​ເຮືອ​ໃບ​ຄົນ​ພິການ.

ທ່ານ​ຄຼາ​ເວີນ​ໄດ້​ນັ່ງ​ລໍ້ຍູ້ສຳ​ຫຼວດລົດ​ເມ​ທີ່​ບໍ່​ມີ​ຄວາມ​ຫຍຸ້ງຍາກ​ສຳລັບ​ຄົນ​ພິການ ລິບ ​ແລະ​ຫ້ອງ​ນ້ຳ​ສຳລັບ​ຄົນ​ພິການ​ຂອງ​ເມືອງ​ຊີ່​ງຕາວ, ​ແລະບໍ່​ເອົາການ​ຊ່ອຍ​ເຫຼືອ​ຂອງ​ຜູ້​ໄປ​ນຳ, ທົດ​ລອງ​ນັ່ງ​ລໍ້ຍູ້ຂຶ້ນ​ລົງ​ລົດ​ເມ​ແລະ​ລົດ​ແທັກຊີ​ທີ່​ບໍ່​ມີ​ຄວາມ​ຫຍຸ້ງຍາກ​ສຳລັບ​ຄົນ​ພິການ. ທ່ານ​ໄດ້​ຍ້ອງຍໍ​ເປັນ​ພິ​ເສ​ດຕໍ່​ຄວາມ​ພະຍາຍາມ​ຂອງ​ເມືອງ​ຊີ່​ງຕາວ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ບໍ່​ມີ​ຄວາມ​ຫຍຸ້ງຍາກ​ສຳລັບ​ຄົນ​ພິການ.

ເມືອງ​ຊີ່ງຕາວ​ແມ່ນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນອອກ​ຂອງ​ຈີນ, ​​ເປັນ​ເມືອງ​ຊ່ອຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008, ຈະ​ຈັດການ​​ແຂ່ງຂັນ​ເຮືອ​ໃບ​ແລະ​ກະດານ​ເຮືອ​ໃບ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປີ2008.