ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-06 16:41:36    
ສິນຄ້າ 1800 ກວ່າ​ຢ່າງ​ຖືກ​ຫ້າມ​ປຸງ​ແຕ່ງ​​ຄ້າ​ຂາຍ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ​ເມສາ​ນີ້, ກະຊວງ​ການ​ຄ້າ​ຈີນ ກົມ​ໃຫຍ່​​ພາສີ​ຈີນ​ຮ່ວມ​ກັນ​ເປີດ​ເຜີຍ​ບັນຊີ​ລາຍ​ຊື່​ຫ້າມ​​ປຸງ​ແຕ່ງ​ແລະ​ຄ້າຂາຍ​​ປີ 2008, ລວມມີ​ສິນຄ້າ​ຈັດ​ເລກ​​ໃນ​ດ່ານ​ພາສີ 1816 ຢ່າງ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຫ້າມ​ປຸງ​ແຕ່ງ​ແລະ​ຄ້າຂາຍ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ບັນຊີ​ລາຍ​ຊື່​ດັ່ງກ່າວ​ໄດ້​ສັບ​ຊ້ອນ​ເລກ​ສິນຄ້າ​​ໃນ​ບັນຊີ​ລາຍ​ຊື່​ທີ່​ຫ້າມ​ປຸງ​ແຕ່ງ​ແລະ​ຄ້າຂາຍ​ຊຶ່ງ​​​ເປີດເຜີຍ​ກ່ອນ​ໜ້າ​ນີ້, ພ້ອມ​ກັນນັ້ນ, ​ໄດ້​ອິງ​ຕາມ​ຂໍ້​ສະ​ເໜີ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ, ​ຈັດ​ເອົາສິນຄ້າ​ທີ່​ມີ​ມົນ​ລະ​ຜິດ​ຫຼາຍ ມີ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມຫຼາຍ. ມາດ​ຕະການ​ນີ້​ມີ​ຈຸດປະສົງ​ໃຫ້​ອົງ​ປະ​ກອບ​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ດີ​ຂຶ້ນ, ລະງັບ​ການ​ສົ່ງ​ອອກ​ສິນຄ້າ​ທີ່​ມົນ​ລະ​ພິດຫຼາຍ​ແລະ​ມີ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມຫຼາຍ, ຊຸກ​ຍູ້​ໃຫ້ການ​ຄ້າ​ແລະ​ການ​ປຸງ​ແຕ່ງ​ແນວ​ອື່ນ​ແລະ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ.