ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-06 16:44:12    
ຄວາມ​ເສລີ​ຂອງ​ມວນ​ຊົນ​ຕິ​ເບດໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ມີ​ການ​ຮັບ​ປະ​ກັນ​ ​ຢ່າງ​ເຕັມ​ສ່ວນ

cri Author: MO
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມີນຢື້​ປ້າວ: ​ພາຍຫຼັງ​ເຫດການ​ຈະລາຈົນ 14 ມີນາ​ຂອງ​ນະຄອນ​ລາຊາ​​ໄດ້ສະຫງົບ​ລົງ​ແລ້ວ, ການ​ເຄື່ອນ​ໄຫວ​ສາສະໜາ​​ໃນ​ສະຖານ​ທີ່​ສາສະໜາ​ຕ່າງໆ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ຟື້ນ​ຟູເປັນ​ປົກກະຕິ​ເທື່ອ​ລະກ້າວ, ສິດ​ເສລີຂອງ​ມວນ​ຊົນ​ໃນ​ການ​ເຊື່ອ​ຖື​ສາສະໜາ​ໄດ້ມີ​ການ​ຮັບປະກັນຢ່າງ​ເຕັມ​ສ່ວນ.

ປັດຈຸບັນ, ວັດພຸດ​ສາສະໜາ​ນິກາຍ​ຕິ​ເບ​ດຕ່າງໆ​​ໃນ​ເຂດ​ຕິ​ເບ​ດມີ 1700 ກວ່າ​ແຫ່ງ, ມີ​ພິກຂຸ​ແລະ​ພິກຂຸນີ 4 ​ໝື່ນ 6 ພັນ 3 ຮ້ອຍ​ຄົນ. ການ​ເຄື່ອນ​ໄຫວສາສະໜາ​ຕ່າງໆ​ໄດ້​ດຳ​ເນີນ​ຢ່າງປົກກະຕິ​ແລະ​ໄດ້​ຮັບ​ຄວາມ​ເຄົາລົບ​ຈາກ​ສັງຄົມ. ອົງການ​ປົກຄອງ​ທຸກຂັ້ນຂອງ​ເຂດ​ຕິ​ເບ​ດ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງພິກຂຸ​ແລະ​ພິກຂຸນີ, ​ທັງ​ຈັດ​ເຂົ້າ​ໃນ​ລະບົບ​ປະກັນ​ສັງຄົມ.

ນອກ​ນີ້, ຂ່າວ​ແຈ້ງວ່າ, ​ໃນ 20 ກວ່າ​ປີ​ທີ່​ຜ່ານ​ມາ, ນັບ​ລວມ​ແລ້ວ, ລັດຖະບານກາງ​ແລະ​ອົງການ​ປົກຄອງ​ຕົນ​ເອງ​​ຕິ​ເບ​ດ​ໄດ້​ລົງທຶນ 700 ລ້ານ​ກວ່າ​ຢວນປະຕິສັງຂອນ​ວັດວາອາ​ຮາມ ຮ່ອງຮອຍ​ວັດຖຸບູຮານ​ແລະ​ສະຖານ​ທີ່​ເຄື່ອນ​ໄຫວ​ສາສະໜາ 1400ກວ່າ​​ແຫ່ງ​ແລະ​ເປີດ​ຕໍ່​ພາຍ​ນອກ. ປີ​ນີ້, ລັດຖະບານ​ກາງ​ຍັງ​ຈະ​ເບີກ​ງົບ 570 ລ້ານ​ຢວນ​ເພື່ອ​ປະຕິສັງຂອນ​ສິ່ງ​ກໍ່ສ້າງ​ວັດຖຸບູຮານ​ແລະ​ວັດວາອາ​ຮາມ 22 ​ແຫ່ງຂອງ​ເຂດ​ຕິ​ເບ​ດ.