ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 13:33:41    
ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ"ປະ​ເທດ​ທີ່​ມີ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ແນ່​ນອນ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ"

cri Author: d
ຕາມ​ຂ່າວໜັງສືພິມ​ເຢິນມິນ​ຢື້​ປ້າວ: ວັນ​ທີ7​ເມສາ​ນີ້,ໜັງສືພິມ​ເຢິນມິນ​ຢື້​ປ້າວ ໜັງສື​ພິມ​ທີ່​ມີ​ອິດ​ທິພົນຫຼາຍ​ທີ່​ສຸດ​ຢູ່ຈີນ​ໄດ້ພິມ​ບົດຄວາມທີ່ມີ​ຫົວ​ຂໍ້​ວ່າ"ປະ​ເທດ​ທີ່​ມີ​ການ​ປົກຄອງ​ຕາມ​ກົດໝາຍ​ແນ່ນອນ​ບໍ່ອະນຸຍາດ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ".

  ບົດ​ຄວາມ​ຂຽນ​ວ່າ,​ໃນວັນ​ທີ14ມີນາ,ຢູ່​ນະຄອນ​ລາຊາ​ແລະ​ເຂດອື່ນ​ຂອງ​ຕິ​ເບ​ດ,ພວກ​ກໍ່​ການ​ຈະລາຈົນ​ຈຳນວນ​ໜ້ອຍ​ໄດ້​ໃຊ້​ກຳລັງ​ຮຸນ​ແຮງ​ຕໍ່​ປະຊາຊົນ​ນັ້ນ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ.ທຸກ​ຄົນ​ທີ່​ມີຈິດ​ໃຈມະນຸດສະທຳ,ລ້ວນ​ແຕ່​ຄຽດ​ແຄ້ນ​ທີ່​ສຸດ​ຕໍ່ຄວາມ​​ໂຫດຮ້າຍ​ປ່​າ​ເຖື່ອນ​​ຂອງພວກ​ເຂົາ,ຮູ້​ສຶກ​ໂສກ​ເສົ້າສະລົດ​ໃຈ​ຕໍ່​ປະຊາ​ຊົນທີ່​ບໍ່​ມີຄວາມ​ພິດ​ຫຍັງປະສົບ​ເຄາະ​ຮ້າຍ,​ແຕ່​ກໍ່​ຮູ້ສຶກດີ​ໃຈ​ຕໍ່​ການ​ປະຕິບັດ​ຕາມ​ກົດໝາຍ​ຂອງອົງການ​ປົກຄອງ.

  ບົດ​ຄວາມ​ຂຽນ​ວ່າ,​ບໍ່​ເອົາ​ຫົວຊາ​ນຳ​ກົດໝາຍ,​ໃຊ້​ຄວາມ​ຮຸນ​ແຮງ​ເພື່ອ​ບັນລຸ​ກົນອຸບາຍ​ແບ່ງ​ແຍກ,​ແມ່ນ​ການ​ກະທຳຂອງ​ກຸ່ມ​ດາ​ໄລລາ​ມະ​ຕະຫຼອດ​ມາ,​ໃນການ​​ໃຊ້​ຄວາມຮຸນ​ແຮງ​ແບບ​ນີ້​ຖືກ​ຄົນ​ທົ່ວ​ໂລກ​ກ່າວ​ປະນາມ,ກຸ່ມ​ດາ​ໄລລາ​ມະ​ກໍ່​ວາ​ງ​ແຜນ​​ເວົ້າບິດ​​ເບືອນການກະທຳ​ຜິດແບ່ງ​ແຍກ​ເທື່ອ​ນີ້​ວ່າ​ເປັນ​ການ​ສະ​ແດງກຳລັງ​ຢ່າງ​ສັນຕິ,ບິດ​ເບືອນ​ເຫ​ດການ​ຈະລາຈົນ​ເປັນ​ການ​ປະ​ທະ​ກັນ​ລະຫວ່າງ​ຊົນ​ເຜົ່າ,ພະຍາຍາມ​ບອກ​ວ່າ​ກົນອຸບາຍ​ທີ່​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ​ນັ້ນ​ເປັນ​ເສັ້ນທາງ​ສາຍກາງ,ປ່ຽນ​ແປງ​ຄວາມ​ວິຕົກ​ກັງວົນ​ທາງ​ການ​ເມືອງ​ເປັນຄວາມ​ວິຕົກ​ກັງວົນ​ທາງ​ວັດທະນະທຳ,​ເພື່ອ​ເຮັດໃຫ້ຄົນ​ເຂົ້າ​ໃຈ​ສັບສົນ.