ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 17:58:13    
ຂ່າວສານ​ຊີ​ນຮວາ​ພິມ​ບົດ​ຄວາມ​ໃຊ້​ເລື່ອງ​ຈິງ​ຕອບ​ໂຕ້​ຄວາມ​ຂີ້​ຕົວະ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ອັນ​ທີ່​ວ່າ"ທະ​ຫານ​ປອມ​ເປັນ​​ລາ​ມະ"

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ​ເມສາ​ນີ້, ຂ່າວສານ​ຊີ​ນຮວາ ຂ່າວສານ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ພິມ​ບົດ​ຄວາມ​​ກ່າວ​ວ່າ, ​ໃນ​​ເວລາທີ່ລູກຫຼານປະຊາ​ຊາດ​ຈີນ​ທຸກ​ຄົນເຊິ່ງລວມທັງ​ປະຊາຊົນ​ຕິ​ເບດກ່າວປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຈະລາຈົນ 14 ມີນາ​ຂອງ​ນະຄອນ​ລາຊາ​ທີ່​ກຸ່ມ​ດາ​ໄລລາ​ມະ​ກໍ່​ຂຶ້ນ​ນັ້ນ, ກຸ່ມ​ດາ​ໄລລາ​ມະ​ໄດ້​ປັ້ນ​ແຕ່ງ​ຮູບ​ພາບ​ທີ່ວ່າ"ທະຫານ​ປອມ​​ເປັນ​​ລາ​ມະ", ຕົວະ​ວ່າ​"ທະຫານ​ຈີນ​ກຳ​ກັບ​ແລະ​ສະ​ແດງ​ເຫດການ​ລາຊາ​ເອົາ​ເອງ". ຄົນ​ແທ້​ແລະ​​ເຫດການ​​ແທ້​ໃນ"ຮູບ​ພາບ​ເກົ່າ"​ແຜ່ນ​ນັ້ນ​ແມ່ນ​ເລື່ອງ​ຈິງ​ທີ່​​ໂຕ້​ຖ້ຽງບໍ່​ໄດ້​ມາ​ຕອບ​ໂຕ້​ຄຳ​ຂີ້​ຕົວະ​ຂອງ​ກຸ່ມ​ດາ​ໄລລາ​ມະ​.

ທີ່​ຈິງ​ແລ້ວ, ຮູບ​ພາບ"ທະຫານ​ປອມ​ເປັນ​​ລາ​ມະ"ທີ່​ກຸ່ມ​ດາ​ໄລລາ​ມະ​ກ່າວ​ຫານັ້ນ​ແມ່ນ​ນາຍ​ແລະ​ພົນ​ຕຳຫຼວດປະກອບ​ອາວຸດ​​​ເປັນ​ຕົວ​ສະ​ແດງ​​ມວນ​ຊົນແລະ​ກຳລັງຢາຍ​ເສື້ອ​ຜ້າ​ໃນ​ເວລາເຂົ້າຮ່ວມການຖ່າຍ​ທຳຮູບ​ເງົາ​ເລື່ອງ"ທ່ຽນ​ມ້າ​ຍສວນ​ສີ"​ໃນ 6 ປີ​ກ່ອນພຸ້ນ.

ສົ້ງ​ເສື້ອ​ຂອງ​ນາຍ​ແລະ​ພົນທະຫານ​ໃນ"ຮູບ​ພາບ​"ດັ່ງກ່າວ​ບໍ່​ມີ​ກາ​ຕິດເອິກ, ​ແລະກໍ່​ບໍ່​ມີ​ກາ​ຕິດແຂນ. ​ແຕ່​ເດືອນ​ພຶດສະພາ​ 2004 ​ເປັນຕົ້ນມາ, ກອງ​ຕຳຫຼວດປະກອບ​ອາວຸດກໍ່​ໄດ້​ໃສ່​ກາຕິດ​ໜ້າ​ເອິກ​ແລະ​ກາ​ຕິດແຂນ​ຢ່າງເປັນ​ເອກະ​ພາບ.